ເຫດການ ແລະ ບັນຫາ

ຫວຽດນາມ ຕັດສິນໃຈ ຍົກເລີກບັດເຫຼືອງ EC

ລັດຖະບານ ຫວຽດນາມ ພວມ​ຜັນ​ຂະຫຍາຍ​ ບັນດາ​ມາດ​ຕະການ​ ແກ້​ໄຂ​ຢ່າງ ຄົບຊຸດ ​ເພື່ອ​ຍົກເລີກ “ບັດ​ເຫຼືອງ” ໂດຍໄວ ກ່ຽວ​ກັບ ​ການ​ຫາ​ປາ​ທີ່​ຜິດ​ກົດໝາຍ, ບໍ່ແຈ້ງ ​ແລະ ບໍ່ເຄົາລົບ ຕາມ ກົດລະບຽບ ​ເປັນວຽກ​ງານ​ສຳຄັນ ​ຂອງ ຂະແໜງການໃນ ​ປີ 2022.

 

ລັດຖະບານ ຫວຽດນາມ ພວມ​ຜັນ​ຂະຫຍາຍ​ ບັນດາ​ມາດ​ຕະການ​ ແກ້​ໄຂ​ຢ່າງ ຄົບຊຸດ ​ເພື່ອ​ຍົກເລີກ “ບັດ​ເຫຼືອງ” ໂດຍໄວ ກ່ຽວ​ກັບ ​ການ​ຫາ​ປາ​ທີ່​ຜິດ​ກົດໝາຍ, ບໍ່ແຈ້ງ ​ແລະ ບໍ່ເຄົາລົບ ຕາມ ກົດລະບຽບ ​ເປັນວຽກ​ງານ​ສຳຄັນ ​ຂອງ ຂະແໜງການໃນ ​ປີ 2022.

ກ່ອນ​ປີ 2017, ການ​ປະມົງ​ ໄດ້​ກາຍ​ເປັນ ​ໜຶ່ງ​ໃນ​ບັນດາ​ຂະ​ແໜງ​ເສດຖະກິດ​ປາຍແຫຼມ, ປະກອບສ່ວນ​ສຳຄັນ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຄຸ້ມ​ຄອງແຫຼ່ງຜົນປະໂຫຍດ ແລະ ການຂຸດຄົ້ນ ສິນ ທະເລ ​ຍັງ​ມີ​ຂໍ້ຄົງຄ້າງ, ​ຈຳກັດ, ການ​ພັດທະນາ​ບໍ່​ຍືນ​ຍົງ, ຍັງບໍ່​ທັນ ຕອບສະໜອງ ບັນດາຂໍ້ກຳນົດທາງກົດໝາຍ ກ່ຽວກັບ ການຄຸ້ມ ຄອງອາຊີບການປະມົງ ຢ່າງຄົບຖ້ວນ. 

ດ້ວຍເຫດນັ້ນ, ວັນ​ທີ 23 ຕຸລາ 2017, ຄະນະ​ກຳມະການ​ ເອີ​ຣົບ (EC) ​ໄດ້​ໃຫ້ຄຳ​ເຕືອນ “ບັດ​ເຫຼືອງ” ສຳລັບ​ບັນດາ​ຜະລິດ​ຕະພັນ​ສິນທະ​ເລ​ຂອງ​ ຫວຽດນາມ ທີ່​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ ເອີ​ຣົບ ຍ້ອນຍັງບໍ່ທັນປະຕິບັດຕາມຂໍ້ກຳນົດ ກ່ຽວ​ກັບການ​ຕ້ານ ​ການ​ຫາ​ປາ​ທີ່​ຜິດ​ກົດໝາຍ, ບໍ່​ລາຍ​ງານ ​ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (ຂຸດຄົ້ນ ​ IUU) ຢ່າງຄົບຖ້ວນ. 

ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ຂອງ ​ຫວຽດນາມ ​ໄດ້​ຄວບຄຸມ ​ແລະ ກວດກາ​ກຳ​ປັ່ນ​ຫາ​ປາ ປະຕິບັດຕາມລະບຽບການຂອງ IUU ເປັນປະຈຳ. ພາບ: VNA

ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ລັດ ຖະບານ, ບັນດາ​ກະຊວງ, ຂະແໜງການ ​ແລະ 28 ​ແຂວງ, ນະ ຄອນ​ແຄມ​ ທະ​ເລ, ພາຍຫຼັງ 5 ປີ ການ​ຕໍ່ສູ້​ຕ້ານ​ການ​ຫາ​ປາ IUU ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ​ຄື: ລະບົບ​ກົດໝາຍ ກ່ຽວກັບການ​ປະມົງ​ ໄດ້​ຮັບ​ການ​ປັບປຸງ​ເທື່ອ​ລະ​ກ້າວ, ປະກົດການ​ກຳ​ປັ່ນ​ຫາ​ປາ​ລະ​ເມີດ ເຂດນ່ານນໍ້າ ຂອງ​ປະ​ເທດ​ອື່ນ ໄດ້​ຫຼຸດ​ລົງ​ ເມື່ອ​ທຽບ​ໃສ່​ປີ​ກ່ອນໆ...

ຝູ໋​ອຽນ ​​ເປັນທີ່​ຮັບ​ຮູ້​ວ່າ ​ເປັນ “ເມືອງເອກ” ຂອງ​ການປະມົງ ​ປາ​ທູ​ນາ ດ້ວຍ​ປະລິມານ​ ການຂຸດຄົ້ນ​ໄດ້ ​ປະມານ​ກວ່າ 5.000 ​ໂຕນ​ ຕໍ່​ປີ ຊຶ່ງໄດ້ສົ່ງ​ອອກ ໄປ​ຍັງ​ບັນດາ​ປະ​ເທດ ອີຢູ, ສ ອາ​ເມ​ລິ​ກາ ແລະ ຍີ່ປຸ່ນ. ພາບ: ຟ້າມເກື່ອງ/VNA

ເພື່ອຜ່ານ​ຜ່າ “ບັດ​ເຫຼືອງ” ກ່ຽວ​ກັບ IUU, ກົມໃຫຍ່​ການ​ປະມົງ ​ໄດ້​ປະກອບຄຳເຫັນ ໃຫ້​​ການ​ນຳ​ກະຊວງ​ກະສິກຳ ​ແລະ ພັດທະ ນາ​ຊົນນະບົດ ຊີ້​ນຳ​ບັນດາ​ທ້ອງ​ຖິ່ນ ປັບປຸງ ການ​ຢັ້ງຢືນ ​ແລະ ຮັບ ຮອງສິນ​ທະ​ເລ​ ທີ່​ຈັບ​ໄດ້, ​ແກ້​ໄຂ​ຄວາມ​ຜິດ​ພາດ, ບໍ່​ສົ່ງຜົນສະ ທ້ອນ​ຕໍ່ການ​ສົ່ງ​ອອກສິນ​ທະ​ເລ ທີ່​ຈັບໄດ້​ ໄປ​ຍັງຕະຫຼາດ ​ເອີ​ຣົບ. ປັດຈຸ​ບັນ, ທົ່ວ​ປະ​ເທດ​ມີ 16 ​ໃນ​ຈຳນວນ 28 ​ແຂວງ ​ແລະ ​ນະ ຄອນ​ແຄມ​ທະ​ເລ​ ປະຕິບັດ ການຢັ້ງຢືນ​ ແຫຼ່ງກຳ​ເນີ​ດສິນ​ໃນ​ນ້ຳ ​ຢູ່​ບັນດາ​ແຂວງ​ພາກ​ກາງ​ຕອນ​ໃຕ້, ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ເຂດ ຕາເວັນຕົກ ຂອງ ພາກໃຕ້ ຕົ້ນຕໍ​ແມ່ນ​ຮັບໃຊ້ການ​ສົ່ງ​ອອກ​ສິນ​ທະ​ເລ ​ໄປ​ຍັງ​ຕະຫຼາດ ​ເອີ​ຣົບ.

ທ່ານ ເຈິ່ນ​ດິ່ງ​ລວນ, ຫົວໜ້າ​ກົມໃຫຍ່​ການ​ປະມົງ ໃຫ້ຮູ້ວ່າ 4 ກຸ່ມ​ຂໍ້​ສະ​ເໜີ​ແນະ​ ຂອງ EC ກ່ຽວ​ກັບ ​ບັດ​ເຫຼືອງ IUU ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ. ກະຊວງ​ກະສິກຳ ແລະ ພັດທະນາ​ຊົນນະ ບົດ ​ແລະ ກົມ​ໃຫຍ່ການ​ປະມົງ ​ໄດ້ສົ່ງ 10 ຄະນະ ປະຕິບັດງານ ໄປຍັງ ບັນດາທ້ອງຖິ່ນ ເພື່ອການກວດກາ ກ່ຽວກັບ IUU.


ພາຍຫຼັງການກວດກາແຕ່ລະຄັ້ງ, ພິເສດແມ່ນຫຼັງການປະຊຸມ ຊີ້ ນຳ ຂອງ ນາຍົກລັດຖະມົນຕີ ກັບ 28 ແຂວງ, ນະຄອນ ແຄມທະ ເລ ເຫັນວ່າ ໄດ້ມີຄວາມກ້າວໜ້າຢູ່ ບັນດາທ້ອງຖິ່ນ ຢ່າງເຫັນໄດ້ ຊັດ. ສະຕິ​ຂອງ​ປະຊາຊົນ ​ແລະ ພະນັກງານ​ລັດຖະກອນ​ ກໍໄດ້ຍົກ ໃຫ້ສູງຂຶ້ນ. ​ຊາວປະມົງ ໄດ້ສ້າງສະຕິ ທີ່ຈະສົ່ງບັນທຶກການຫາປາ ປະຈຳວັນ ແລະ ຍັງມີພຽງແຕ່ ພາກສ່ວນນ້ອຍທີສຸດ ມີເຈດຕະ ນາ ລະເມີດເທົ່ານັ້ນ.

ນອກຈາກນັ້ນ, ການ​ຕິດ​ຕັ້ງ​ອຸປະກອນ ​ຕິດຕາມ​ການເດີນທາງ ໃຫ້​ກຳ​ປັ່ນ​ຫາ​ປາ ໃນປັດຈຸບັນໄດ້​ບັນລຸ 92% ສຳລັບ​ກຳ​ປັ່ນ 15 ​ແມັດ​ຂຶ້ນ​ໄປ, ສ່ວນ​ທີ່​ເຫຼືອ​ ​ຮຽກຮ້ອງ​ ໃຫ້ບັນດາ​ທ້ອງ​ຖິ່ນ, ​ກຳ​ປັ່ນ​ຫາ​ປາ ໃດໆ ອອກທະເລຫາປາ ຕ້ອງ​ຕິດ​ຕັ້ງ​ອຸປະກອນ​ຕິດຕາມ​ກວດກາ​ ການ​ເດີນ​ເຮືອ, ກຳປັ່ນ ຢູ່ຝັ່ງ ບໍ່​ມີ​ການ​ຂຸດ​ຄົ້ນ ກໍ​ຕ້ອງ​ກຳນົດ​ໃຫ້​ຊັດ​ເຈນ​ວ່າ​ ຂອງທ້ອງ​ຖິ່ນ​ໃດ, ຢູ່​ໃສ ​ແລະ ໃຜ​ເປັນ​ເຈົ້າ​ຂອງ​ກຳ​ປັ່ນ ​ເພື່ອ​ຄຸ້ມ​ຄອງ​ ການ​ປະຕິບັດ​ ຕາມຂໍ້ກຳນົດ ຂອງ​ກົດໝາຍ​ຢ່າງ​ເຂັ້ມ​ງວດ. 

ທ່ານ ​ເຈິ່ນ​ດິ່ງລວນ ກ່າວ​ວ່າ: ສິ່ງ​ສຳຄັນ​ທີ່​ສຸດ​ ໃນ​ປັດຈຸ​ບັນ​ ແມ່ນ​ການ​ປະຕິບັດ​ກົດໝາຍ ​ແລະ ການ​ຜັນຂະຫຍາຍໃນຕົວ​ຈິງ. ການ​ຄຸ້ມ​ຄອງ​ກຳ​ປັ່ນ​, ຈຳນວນ​ກຳ​ປັ່ນ​ ໄດ້​ຫຼຸດ​ລົງ​ຕາມ ກຳນົດ​ທິດຍຸດ​ທະ​ສາດ​ ພັດທະນາ​ ການ​ປະມົງ ​ຫວຽດນາມ ຮອດ​ປີ 2030, ​ວິ​ໄສ​ທັດ​ຮອດ​ປີ 2045. ສຳຫຼວດ ແຫຼ່ງຜົນປະໂຫຍດ ໃນບັນດາ ໂຄງການ ທີ່ຍື່ນຕໍ່ລັດຖະບານ ເພື່ອມີປະລິມານ ສັງລວມ ກ່ຽວກັບ ແຫຼ່ງຜົນປະໂຫຍດ ເພື່ອສ້າງໂຄງປະກອບຄືນໃໝ່ ຈຳນວນ ກຳ ປັ່ນໃຫ້ສອດຄ່ອງ. ນີ້ແມ່ນ ປະສິດທິຜົນ ແລະ ຜົນສຳເລັດການ ຜະລິດ ຂອງ ຊາວປະມົງ, ຈາກນັ້ນ​ເຮັດ​ໃຫ້​ລາຍ​ຮັບ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປະມົງ ​ນັບ​ມື້​ດີ​ຂຶ້ນ ​ແລະ ປະຕິບັດ​ຕາມ​ລະ ບຽບ​ການ​ ຂອງ​ ກົດໝາຍ

ບົດ: ຟອງທູ - ພາບ: VNA, VNA - ເຕັກນິກກະຣາຟິກ: ຈາງຍູງ- ແປໂດຍ: ບິກລຽນ


top