ຂ່າວສານ

ຫວຽດນາມ ຕອບສະໜອງການເຄື່ອນໄຫວມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ

      ພາຍຫຼັງການມອດໄຟເປັນເວລາ 1 ຊົ່ວໂມງຂອງເຫດການ ມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ 2019 ໃນຂອບເຂດທົ່ວປະເທດ ປະລິມານໄຟປະຢັດໄດ້ແມ່ນ 792.000 kWh.
        ຕອນຄໍ່າວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ຈັດຕັ້ງພິທີມອດໄຟເພື່ອຕອບສະໜອງຂະບວນການມອດໄຟໜຶ່ງຊົ່ວໂມງເພື່່ອໜ່ວຍໂລກ ທີ່ຈັດຂຶ້ນຢູ່ສະໜາມຫຼວງໂຮງລະຄອນໃຫຍ່ຮ່າໂນ້ຍ.

ລາຍການ “ນັກສຶກສາຮ່ວມເດີນທາງກັບການເຄື່ອນໄຫວມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ 2019” 
      ກ່າວຄໍາເຫັນທີ່ພິທີ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໃຫ້ຮູ້ວ່າ ປີ 2019 ແມ່ນປີ 11 ປະຕິບັດການຕອບສະໜອງການເຄື່ອນໄຫວກອງທຶນສາກົນກ່ຽວກັບການປົກປັກຮັກສາທໍາມະຊາດ, ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຈັດຕັ້ງການເຄື່ອນໄຫວຕ່າງໆຕອບສະໜອງການເຄື່ອນໄຫວມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ ໃນຂອບເຂດທົ່ວປະເທດ.
        ເພື່ອຕອບສະໜອງການເຄື່ອນໄຫວດັ່ງກ່າວ,  ໃນບໍລິເວນນະຄອນຮ່າໂນ້ຍ ມີບັນດາລາຍການກໍຖືກຈັດຂຶ້ນ ຄື “ນັກສຶກສາຮ່ວມເດີນທາງກັບການເຄື່ອນໄຫວມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ 2019” ແລະ “ງານບຸນມອດໄຟ 2019”...
        ນອກຈາກນັ້ນຢູ່ ບັນດາແຂວງ, ນະຄອນທັງໝົດໃນທົ່ວປະເທດ ກໍຕອບສະໜອງການເຄື່ອນໄຫວດັ່ງກ່າວເຊັ່ນດຽວກັນ. ພາຍຫຼັງການມອດໄຟເປັນເວລາ 1 ຊົ່ວໂມງຂອງເຫດການ ມອດໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ 2019 ໃນຂອບເຂດທົ່ວປະເທດ ປະລິມານໄຟປະຢັດໄດ້ແມ່ນ 792.000 kWh.
 (ແຫຼ່ງຄັດຈາກ VOV)


top