ຂ່າວສານ

ຫວຽດນາມ ດຶງດູດທຶນ FDI ໄດ້ຫຼາຍກ່ວາ 25 ຕື້ USD ໃນ 11 ເດືອນຂອງປີ 2022

ໃນ 11 ເດືອນຜ່ານມາ, ໄປຄຽງຄູ່ກັບການຈົດທະບຽນໃໝ່ ພວມຄ່ອຍໆໄດ້ຮັບການປັບປຸງ, ທຶນດັດປັບສືບຕໍ່ກໍ່ເພີ່ມຂຶ້ນເປັນລະດັບ 18,9%.

ໃນ 11 ເດືອນຜ່ານມາ, ໄປຄຽງຄູ່ກັບການຈົດທະບຽນໃໝ່ ພວມຄ່ອຍໆໄດ້ຮັບການປັບປຸງ, ທຶນດັດປັບສືບຕໍ່ກໍ່ເພີ່ມຂຶ້ນເປັນລະດັບ 18,9%.

  ພາບປະກອບ  

ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ) ໃຫ້ຮູ້ວ່າ: ໄລ່ຮອດວັນທີ 20 ພະຈິກ, ຍອດເງິນລົງທຶນຈາກຕ່າງປະເທດໄດ້ຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນສ່ວນຢູ່ ຫວຽດນາມ ບັນລຸຫຼາຍກ່ວາ 25,1 ຕື້ USD, ເທົ່າກັບ 95% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນ 11 ເດືອນຜ່ານມາ, ໄປຄຽງຄູ່ກັບການຈົດທະບຽນໃໝ່ ພວມຄ່ອຍໆໄດ້ຮັບການປັບປຸງ, ທຶນດັດປັບສືບຕໍ່ກໍ່ເພີ່ມຂຶ້ນເປັນລະດັບ 18,9%.       ເລື່ອງທຶນດັດປັບສືບຕໍ່ຮັກສາທ່າເຕີບໂຕແມ່ນສັນຍານຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕ່າງປະເທດຕໍ່ພື້ນຖານເສດຖະກິດ, ຕະຫຼາດລົງທຶນຂອງ ຫວຽດນາມ. ຂອບຂະໜາດການດັບປັບທຶນສະເລ່ຍຕໍ່ໂຄງການເພີ່ມຂຶ້ນ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ພິເສດ, ໃນໄລຍະຈະມາເຖິງ, ຫຼາຍໂຄງການຜະລິດ, ປຸງແຕ່ງບັນດາຜະລິດຕະພັນເຄື່ອງເອເລັກໂຕນິກ, ເຕັກໂນໂລຊີສູງໄດ້ເພີ່ມທຶນດ້ວຍຂອບຂະໜາດໃຫຍ່.


top