ຂ່າວສານ

ຫວຽດນາມ ດຳລົງຕຳແໜ່ງປະທານ ACCSM 21 ບັນລຸຜົນສຳເລັດ

ກອງປະຊຸມໄດ້ຮັບຮອງເອົາ 9 ໂຄງການດຳເນີນງານ ດ້ວຍຫຼາຍລັດຖະນະໂຍບາຍສຳຄັນ, ປະກອບສ່ວນກຳນົດຮູບແບບພື້ນຖານລັດຖະການ ອາຊຽນ ຢ່າງເປັນມືອາຊີບ
  ກອງປະຊຸມ ACCSM 21 (ພາບ: TTXVN)  

ຕອນບ່າຍວັນທີ 05 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວແຈ້ງໝາກຜົນກອງປະຊຸມຮ່ວມມື ອາຊຽນ ກ່ຽວກັບບັນຫາລັດຖະການຄັ້ງທີ 21 (ກອງປະຊຸມ ACCSM 21). ກອງປະຊຸມ ACCSM 21 ແມ່ນກອງປະຊຸມຂັ້ນສູງຂອງຫົວໜ້າພື້ນຖານລັດຖະການ ອາຊຽນ ແລະ ອາຊຽນ +3 (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ), ບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາ ແລະ ເວທີປາໄສບໍລິຫານປະເທດເປັນຢ່າງດີ.

ຜູ້ຕາງໜ້າກະຊວງພາຍໃນ ຫວຽດນາມ ໃຫ້ຮູ້ວ່າ, ກອງປະຊຸມໄດ້ຮັບຮອງເອົາ 9 ໂຄງການດຳເນີນງານ ດ້ວຍຫຼາຍລັດຖະນະໂຍບາຍສຳຄັນ, ປະກອບສ່ວນກຳນົດຮູບແບບພື້ນຖານລັດຖະການ ອາຊຽນ ຢ່າງເປັນມືອາຊີບ, ແບ່ງປັນ, ພັດທະນາແບບຍືນຍົງ. ໃນການເຮັດວຽກແຕ່ວັນທີ 03 – 05 ສິງຫາ, ກະຊວງພາຍໃນ ຫວຽດນາມ - ໃນນາມເປັນປະທານໝູນວຽນ ກອງປະຊຸມ ACCSM 21 ໄດ້ຈັດກອງປະຊຸມພະນັກງານຂັ້ນສູງ, ກອງປະຊຸມຂັ້ນລັດຖະມົນຕີ - ຫົວໜ້າພື້ນຖານລັດຖະການບັນດາປະເທດ ອາຊຽນ, ອາຊຽນ + 3 ແລະ ເວທີປາໄສບໍລິຫານປະເທດ ບັນລຸຜົນສຳເລັດ. ຜູ້ຕາງໜ້າບັນດາປະເທດໄດ້ສຸມໃສ່ປຶກສາຫາລືບາງເນື້ອໃນຄື: ສິ່ງທ້າທາຍທີ່ວາງອອກສຳລັບພື້ນຖານລັດຖະການ ອາຊຽນ ໄລຍະຫຼັງໂລກລະບາດໂຄວິດ-19; ການປ່ຽນແປງໃໝ່ ວຽກງານບຳລຸງ - ກໍ່ສ້າງ, ຍົກສູງຄຸນນະພາບຖັນແຖວລັດຖະກອນ; ຫັນການບໍລິການສາທາລະນະເປັນດີຈີຕອນ…


top