ຂ່າວສານ

ຫວຽດນາມ - ດວງດາວທີ່ໃສແຈ້ງເທິງທ້ອງຟ້າໂຄວິດ-19 ທີ່ມືດມົວ

ນີ້ແມ່ນຫົວຂໍ້ຂອງບົດຂຽນໃໝ່ສຸດຂອງທ່ານ Jacques Morisset, ຫົວໜ້ານັກຊ່ຽວຊານທາງດ້ານເສດຖະກິດທະນາຄານໂລກ (WB) ປະຈຳຫວຽດນາມ.

(ພາບປະກອບ: Reuters)

ຫວຽດນາມ - ດວງດາວທີ່ໃສແຈ້ງເທິງທ້ອງຟ້າໂຄວິດ-19 ທີ່ມືດມົວ. ນີ້ແມ່ນຫົວຂໍ້ຂອງບົດຂຽນໃໝ່ສຸດຂອງທ່ານ Jacques Morisset, ຫົວໜ້ານັກຊ່ຽວຊານທາງດ້ານເສດຖະກິດທະນາຄານໂລກ (WB) ປະຈຳຫວຽດນາມ. ໃນບົດຂຽນ, ນັກຊ່ຽວຊານ WB ໄດ້ຄັດສະເໜີການຄາດຄະເນຂອງ WB ແລະ ກອງທຶນເງິນຕາສາກົນ (IMF) ທີ່ວ່າ, ຄາດວ່າ, ຫວຽດນາມ ຈະຟື້ນຟູໃນໄລຍະ 6 ເດືອນທ້າຍປີ 2020 ແລະ ປີນີ້ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດມີລະດັບເຕີບໂຕໄວທີ່ສຸດໃນໂລກ. ຢືນຢັນເລື່ອງຫວຽດນາມ ແມ່ນພື້ນຖານເສດຖະກິດມີຄວາມແຂງແກ່ນພໍສົມຄວນ, ທ່ານ Jacques Morisset ໄດ້ຍົກອອກ 3 ຫຼັກຖານອ້າງອີງ, ນັ້ນແມ່ນ: GDP ຂອງຫວຽດນາມ ຍັງຮັກສາລະດັບເຕີບໂຕຢູ່ໃນລະດັບ 3,8% ໃນໄຕມາດທີ 1 ປີ 2020. ພ້ອມກັນນັ້ນ, ເສດຖະກິດຕ່າງປະເທດ - ແມ່ນກຳລັງໜູນເຕີບໂຕຕົ້ນຕໍຂອງຫວຽດນາມ - ຍັງໄດ້ຮັບການພັດທະນາຢ່າງຂະຫຍັນຂັນເຄື່ອນ. ວົງເງິນສົ່ງອອກໃນໄລຍະ 4 ເດືອນຕົ້ນປີເພີ່ມຂຶ້ນ 5%, ຄຽງຂ້າງນັ້ນ, ບັນດານັກລົງທຶນຕ່າງປະເທດຍັງສືບຕໍ່ຫຼັ່ງໄຫຼເຂົ້າມາລົງທຶນຢູ່ຫວຽດນາມ ຢ່າງຕໍ່ເນື່ອງ, ນັບແຕ່ເດືອນມັງກອນ ຫາເດືອນ ເມສາ 2020, ໄດ້ມີເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ໄດ້ຈົດທະບຽນແມ່ນຫຼາຍກວ່າ 12 ຕື້ USD.
(ແຫຼ່ງຄັດຈາກ VOV)

top