ຂ່າວສານ

ຫວຽດນາມ ຍົກອອກຫຼັກໝັ້ນຂອງ ອາຊຽນ ກ່ຽວກັບລັດທິຫຼາຍຝ່າຍ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນບຸລິມະສິດ, ຄຳໝັ້ນສັນຍາຂອງ ອາຊຽນ ກ່ຽວກັບການເຄົາລົບ ແລະ ຊຸກຍູ້ລັດທິຫຼາຍຝ່າຍ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ມີຄວາມຍຸຕິທຳກວ່າ.
  ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ (ພາບ: TTXVN)  

ວັນທີ 14 ທັນວາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດການໂອ້ລົມສົນທະນາເປີດ ດ້ວຍຫົວຂໍ້ “ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ກຳນົດທິດໃໝ່ໃຫ້ການປະຕິຮູບລັດທິຫຼາຍຝ່າຍ”.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ຕາງໜ້າໃຫ້ບັນດາປະເທດ ອາຊຽນ ຢືນຢັນບຸລິມະສິດ, ຄຳໝັ້ນສັນຍາຂອງ ອາຊຽນ ກ່ຽວກັບການເຄົາລົບ ແລະ ຊຸກຍູ້ລັດທິຫຼາຍຝ່າຍ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ມີຄວາມຍຸຕິທຳກວ່າ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ໄດ້ເນັ້ນໜັກເຖິງທັດສະນະລວມຂອງ ອາຊຽນ ແມ່ນປະຕິຮູບລັດທິຫຼາຍຝ່າຍ ຕ້ອງຮ່ວມເດີນທາງພ້ອມກັບຄຳໝັ້ນສັນຍາເດີນຕາມວິທີສຳຜັດຫຼາຍຝ່າຍ, ສອດຄ່ອງກັບກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ຊຸກຍູ້ຜົນປະໂຫຍດລວມ ແລະ ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາ, ຮ່ວມມື, ຫຼີກລ່ຽງບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ. ອາຊຽນ ສະໜັບສະໜູນການປະຕິຮູບສະພາຄວາມໝັ້ງຄົງຕາມທິດສອດຄ່ອງກວ່າ, ເພີ່ມທະວີລັກສະນະຕາງໜ້າ, ປະຊາທິປະໄຕ, ໂປ່ງໃສ, ມີປະສິດຕິພາບ ແລະ ປະສິດທິຜົນ.


top