ຕອນເຊົ້າວັນທີ 21 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM-59) ໄດ້ໄຂຂຶ້ນຢູ່ສູນກອງປະຊຸມສາກົນ ຟີລິບປິນ. ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ, ເປັນຫົວໜ້າຄະນະເຂົ້າຮ່ວມພິທີໄຂ ແລະ ບັນດາກອງປະຊຸມ.
ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ, ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະ. (ພາບ: VNA)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ຍົກອອກ 4 ຂໍ້ສະເໜີຂອງ ຫວຽດນາມ ເພື່ອປັບປຸງຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຊື່ອມຕໍ່ ອາຊຽນ. ທີ 1, ຕ້ອງສືບຕໍ່ຖືຫຼັກການຂອງ ອາຊຽນ ເປັນຢ່າງສູງ, ເພີ່ມທະວີການໂອ້ລົມສົນທະນາ, ຮ່ວມມືເພື່ອພ້ອມກັນຮັບມືກັບບັນດາສິ່ງທ້າທາຍລວມ. ທີ 2, ຕ້ອງຊຸກຍູ້ ອາຊຽນ ເຊື່ອມໂຍງດ້ານເສດຖະກິດຢ່າງເລິກເຊິ່ງກວ້າງຂວາງກວ່າ, ມີຄວາມເຂັ້ມແຂງດ້ວຍຕົນເອງຫຼາຍກວ່າ, ແກ່ງແຍ້ງກວ່າ. ທີ 3, ຕ້ອງພັດທະນາ ອາຊຽນ ດ້ວຍການຖືເອົາມະນຸດເປັນໃຈກາງ. ແລະສຸດທ້າຍ, ຕ້ອງປັບປຸງຄວາມເປັນເຈົ້າຍຸດທະສາດ ແລະ ບົດບາດໃຈກາງຂອງ ອາຊຽນ, ພິເສດແມ່ນໃນສະພາບການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ທີ່ນັບມື້ນັບຮ້ອງເຮັ່ງ, ສັບສົນ.
ຕອນບ່າຍວັນດຽວກັນ, ກ່າວຄຳເຫັນເມື່ອເຂົ້າຮ່ວມບັນດາວາລະປະຊຸມວົງແຄບ ແລະ ວາລະປຶກສາບໍ່ເປັນທາງການເປີດກວ້າງກ່ຽວກັບ ມຽນມາ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນ ອາຊຽນ ມີວິທີເຂົ້າເຖິງ ມຽນມາ ຢ່າງມີໄຫວພິບກວ່າ ເພື່ອຊຸກຍູ້ການໄກ່ເກ່ຍປອງດອງ, ເຈລະຈາກວມລວມ, ພ້ອມກັນນັ້ນ ກໍ່ໜູນຊ່ວຍ ມຽນມາ ແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມທີ່ຮີບດ່ວນໃນປະຈຸບັນ.