ຂ່າວສານ

ຫວຽດນາມ ຍົກສູງທີ່ຕັ້ງບົດບາດ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ ແລະ ທົ່ວໂລກໃນປີ 2020

      ປີ 2020 ແມ່ນປີ ຫວຽດນາມ ຍົກທີ່ຕັ້ງບົດບາດ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ ແລະ ທົ່ວໂລກ ໃນສະພາບການໂລກ ຕ້ອງຜ່ານຜ່າສິ່ງທ້າທາຍ ແລະ ການຜັນແປນາໆປະການ ຍ້ອນໂລກລະບາດໂຄວິດ - 19. 

ສາດສະດາຈານ Carl Thayer ສັງກັດ ມະຫາວິທະຍາໄລ New South Wales ຂອງ ອົດສະຕາລີ  (ພາບ: TTXVN)
       ສາດສະດາຈານ Carl Thayer ສັງກັດ ມະຫາວິທະຍາໄລ New South Wales ຂອງ ອົດສະຕາລີ ຫາກໍມີການຕີລາຄາວ່າ ປີ 2020 ແມ່ນປີ ຫວຽດນາມ ຍົກທີ່ຕັ້ງບົດບາດ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ ແລະ ທົ່ວໂລກ ໃນສະພາບການໂລກ ຕ້ອງຜ່ານຜ່າສິ່ງທ້າທາຍ ແລະ ການຜັນແປນາໆປະການ ຍ້ອນໂລກລະບາດໂຄວິດ - 19. ຕາມທ່ານ Carl Thayer, ໃນປີ 2020, ດ້ວຍຖານະເປັນປະທານ ອາຊຽນ, ຫວຽດນາມ ໄດ້ວາງອອກຫຼາຍມາດຕະການຮັບມືກັບໂລກລະບາດ ໂຄວິດ- 19 ໃນພາກພື້ນ. ຫວຽດນາມ ໄດ້ເປັນເຈົ້າການສະແດງບົດບາດນຳພາພິເສດໃນ 4 ຂົງເຂດ: ສ້າງຄວາມເປັນເອກະພາບລະຫວ່າງບັນດາປະເທດອາຊຽນ ໃນຄວາມມານະພະຍາຍາມຮັບມືກັບ ໂລກລະບາດ ແລະ ຟື້ນຟູເສດຖະກິດ; ສ້າງຄວາມເຫັນດີເຫັນພ້ອມກ່ຽວກັບຫຼັກໝັ້ນເປັນກາງ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ໃນສະພາບການທີ່ເກີດການແກ້ງແຍ້ງກັນລະຫວ່າງບັນດາປະເທດມະຫາອຳນາດ; ບໍລິຫານ ແລະ ປະຕິບັດສຳເລັດການເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP; ປັບປຸງຖະແຫຼງການທີ່ມີລັກສະນະນະໂຍບາຍຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ດ້ວຍການເນັ້ນໜັກເຖິງຄວາມສຳຄັນຂອງກົດໝາຍສາກົນ, ລວມທັງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
        ກໍໃນປີ 2020 ນີ້, ດ້ວຍຖານະເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ສະໜັບສະໜູນຢ່າງແຮງ 3 ຫຼັກການສ້າງຄວາມໝັ້ນຄົງໃນທົ່ວໂລກ ນັ້ນແມ່ນ: ຄຳໝັ້ນສັນຍາຫັນເປັນຫຼາຍຝ່າຍ ໂດຍຖື ສປຊ ເປັນໃຈກາງ; ຍົກສູງບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ແລະ ເປີດກວ້າງການຮ່ວມມືຂອງ ອາຊຽນ ກັບ ສປຊ ແລະ ສະພາຄວາມໝັ້ນຄົງ.
(ແຫຼ່ງຄັດຈາກ VOV)


top