ຂ່າວສານ

ຫວຽດນາມ ຍົກສູງການແກ້ໄຂສາຍເຫດໃນຄວາມມານະພະຍາຍາມຮອບດ້ານການປ້ອງກັນ, ສະກັດກັ້ນການປະທະກັນ

ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ໄດ້ເນັ້ນໜັກເຖິງບຸລິມະສິດຂອງບັນດາອົງການຈັດຕັ້ງຢູ່ພາກພື້ນ, ອະນຸພາກພື້ນໃນການທູດປ້ອງກັນ, ປະກອບສ່ວນສະກັດກັ້ນການປະທະກັນ.
(ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ)

ວັນທີ 16 ພະຈິກ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດວາລະປຶກສາຫາລືເປີດ ກ່ຽວກັບ “ການຮັບປະກັນຄວາມສັນຕິພາບ ແລະ ຄວາມໝັ້ນຄົງຜ່ານການທູດປ້ອງກັນ: ເປົ້າໝາຍລວມຂອງທຸກອົງການຕົ້ນຕໍຂອງສະຫະປະຊາຊາດ”.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ອຸປະທູດຊົ່ວຄາວຂອງ ຫວຽດນາມ ປະຈຳສະຫະປະຊາຊາດ, ຖືວ່າ ຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນການປະທະກັນຕ້ອງມີການຮ່ວມມືລະຫວ່າງບັນດາອົງການໃຫຍ່ຂອງສະຫະປະຊາຊາດ ໃນຂົງເຂດທີ່ຂຶ້ນກັບພາລະບົດບາດໜ້າທີ່ຂອງຕົນ ແລະ ບົນພື້ນຖານການທາບທາມຄວາມເຫັນຢ່າງຄົບຖ້ວນກັບບັນດາປະເທດສະມາຊິກ. ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ໄດ້ເນັ້ນໜັກເຖິງບຸລິມະສິດຂອງບັນດາອົງການຈັດຕັ້ງຢູ່ພາກພື້ນ, ອະນຸພາກພື້ນໃນການທູດປ້ອງກັນ, ປະກອບສ່ວນສະກັດກັ້ນການປະທະກັນ ແລະ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ກໍຄືການປ້ອງກັນ, ສະກັດກັ້ນການປະທະກັນ.

(ແຫຼ່ງຄັດຈາກ VOV)


top