ຂ່າວສານ

ຫວຽດນາມ ຍົກສູງການເພີ່ມທະວີລະບົບຮັບປະກັນຊີວິດສັງຄົມຢູ່ກອງປະຊຸມແຮງງານສາກົນ

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງບົດລາຍງານຂອງທ່ານ Gilbert F.Houngbo, ຜູ້ອຳນວຍການໃຫຍ່ ອົງການແຮງງານສາກົນ (ILO) ກ່ຽວກັບ “ການຊຸກຍູ້ຄວາມຍຸຕິທຳໃນສັງຄົມ”
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ເຂົ້າຮ່ວມກອງປະຊຸມ (ພາບ:TTXVN )
ວັນທີ 7 ມິຖຸນາ, ຢູ່ ເຊີແນວ, ປະເທດ ສະວິດ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະປະຈຳ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການສາກົນອື່ນໆຢູ່ ເຊີແນວ, ປະເທດ ສະວິດ, ໄດ້ຕາງໜ້າລັດຖະບານ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມແຮງງານສາກົນ ຄັ້ງທີ 111, ຍົກສູງນະໂຍບາຍ ແລະ ຜົນງານທີ່ເປັນໜ້າສົ່ງເສີມຂອງ ຫວຽດນາມ ກ່ຽວກັບການເພີ່ມທະວີລະບົບຮັບປະກັນຊີວິດສັງຄົມ ເພື່ອແນໃສ່ຊຸກຍູ້ການຟື້ນຟູ ແລະ ພັດທະນາກວມລວມຫຼັງໂຄວິດ - 19. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງບົດລາຍງານຂອງທ່ານ Gilbert F.Houngbo, ຜູ້ອຳນວຍການໃຫຍ່ ອົງການແຮງງານສາກົນ (ILO) ກ່ຽວກັບ “ການຊຸກຍູ້ຄວາມຍຸຕິທຳໃນສັງຄົມ”, ກໍ່ຄືບັນດາຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມຊຸກຍູ້ວຽກເຮັດງານທຳ ແລະ ຮັບປະກັນຊີວິດສັງຄົມ ມຸ່ງໄປເຖິງການສ້າງວຽກເຮັດງານທຳໃຫ້ສົມເຫດສົມຜົນ ແລະ ຫັນປ່ຽນແບບຍຸຕິທຳ ເພື່ອແນໃສ່ປະຕິບັດເປົ້າໝາຍຂອງໂຄງການດຳເນີນງານຮອດປີ 2030 ກ່ຽວກັບການພັດທະນາແບບຍືນຍົງຂອງ ສປຊ ແລະ ເດີນຕາມພາລະກຳຂອງ ILO ກ່ຽວກັບການຊຸກຍູ້ຄວາມຍຸຕິທຳໃນສັງຄົມໃຫ້ບັນລຸຜົນສຳເລັດ, ສ້າງວຽກເຮັດງານທຳທີ່ເໝາະສົມໃຫ້ແກ່ປະຊາຊົນ. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບບັນດາຄຸນຄ່າລວມຂອງ ILO, ສືບຕໍ່ປ່ຽນໃໝ່, ສ້າງນະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງໃຫ້ສົມບູນແບບ, ຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດສະມາຊິກອື່ນຂອງ ILO ເພື່ອແກ້ໄຂບັນດາສິ່ງທ້າທາຍຂອງວຽກເຮັດງານທຳໃນອະນາຄົດ, ຊຸກຍູ້ຄວາມຍຸຕິທຳໃນສັງຄົມ.

top