ຂ່າວສານ

ຫວຽດນາມ ຍົກສູງການຮ່ວມມືຫຼາຍຝ່າຍ ໃນສະພາບການໂລກມີການປ່ຽນແປງຫຼາຍຢ່າງ

ໂລກພວມຢູ່ໃນຈຸດເວລາ “ບາດລ້ຽວປະຫວັດສາດ” ເມື່ອການສູ້ຢັນ, ປະທະກັນ ແລະ ບັນດາການກະທຳລະເມີດກົດໝາຍສາກົນສືບຕໍ່ເພີ່ມຂຶ້ນ, ສ່ອງແສງເຖິງການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ ແລະ ລັດທິຝ່າຍດຽວ.
  ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ທີ່ກອງປະຊຸມ (ພາບ: TTXVN)  

ວັນທີ 24 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 77 ຢູ່ ນິວຢອກ, ປະເທດ ອາເມລິກາ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິງມິນ ໄດ້ເນັ້ນໜັກອີກເທື່ອໜຶ່ງທັດສະນະຂອງລັດຖະບານ ຫວຽດນາມ ຍົກສູງການຮ່ວມມືຫຼາຍຝ່າຍ, ຮຽກຮ້ອງໃຫ້ໂລກຈົ່ງຮ່ວມມືກັນບົນຈິດໃຈສາມັກຄີ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ພວມສະຫຼັບກັນຄືໃນປະຈຸບັນ, ເພື່ອເປົ້າໝາຍສັນຕິພາບ ແລະ ການພັດທະນາແບບຍືນຍົງໃນໂລກ.

ໂລກພວມຢູ່ໃນຈຸດເວລາ “ບາດລ້ຽວປະຫວັດສາດ” ເມື່ອການສູ້ຢັນ, ປະທະກັນ ແລະ ບັນດາການກະທຳລະເມີດກົດໝາຍສາກົນສືບຕໍ່ເພີ່ມຂຶ້ນ, ສ່ອງແສງເຖິງການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ ແລະ ລັດທິຝ່າຍດຽວ. ພ້ອມກັນນັ້ນ, ຜົນກະທົບຈາກໂລກລະບາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ ພ້ອມກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ອື່ນໆກໍ່ພວມນາບຂູ່ເຖິງຄວາມເປັນຕາຍຂອງມວນມະນຸດ, ຍູ້ບັນດາຄວາມມານະພະຍາມປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ໃຫ້ຖອຍຫຼັງ.

ໃນສະພາບການນັ້ນ, ທີ່ວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິນ ເນັ້ນໜັກວ່າ, ປະຊາຄົມສາກົນຕ້ອງມີການປ່ຽນແປງທາງດ້ານຈິນຕະນາການໂດຍພື້ນຖານ, ກຳນົດຄືນວິທີເຂົ້າເຖິງສຳລັບບັນຫາທົ່ວໂລກ, ໃນນັ້ນຕ້ອງຖືມະນຸດເປັນໃຈກາງຂອງທຸກຄວາມມານະພະຍາຍາມໃນການພັດທະນາ.

ຍົກສູງຄວາມສາມັກຄີ, ການຮ່ວມມືສາກົນເພື່ອຮັບມືກັບບັນດາສິ່ງທ້າທາຍລວມ

ໂດຍຖືວ່າ: ຄວາມຈິງໄດ້ພິສູດໃຫ້ເຫັນ ຄວາມສາມັກຄີ ແລະ ການຮ່ວມມືສາກົນກໍ່ແມ່ນ “ຂໍ້ກຸນແຈ” ສຳຄັນເພື່ອຜ່ານຜ່າບັນດາສິ່ງທ້າທາຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິນ ສະເໜີວ່າ, ປະເທດຕ້ອງປັດເຂ່ຍທ່າອ່ຽງສູ້ຢັນກັນ, ຈິນຕະນາການ “ໄດ້-ເສຍ”, ແລະ ແທນທີ່ດ້ວຍການຊຸກຍູ້ລັດທິຫຼາຍຝ່າຍ ແລະ ຮ່ວມມືສາກົນຢ່າງເປີດເຜີຍ, ກວມລວມ, ຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕາມນັ້ນແລ້ວ, ຕ້ອງ ເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ, ພິເສດແມ່ນເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ.

        ພ້ອມກັນນັ້ນ, ຄວນສ້າງບັນດາລະບອບລະບຽບການຫຼາຍຝ່າຍຢ່າງໝັ້ນຄົງເຂັ້ມແຂງ ແລະ ບັນລຸປະສິດທິຜົນ, ດ້ວຍບົດບາດໃຈກາງຂອງສະຫະປະຊາຊາດ, ຊຸກຍູ້ການພົວພັນຄູ່ຮ່ວມມືທົ່ວໂລກ, ໃນນັ້ນ ບັນດາອົງການຈັດຕັ້ງຢູ່ພາກພື້ນມີບົດບາດສຳຄັນ, ເພື່ອຮັບມືກັບບັນດາສິ່ງທ້າທາຍລວມ. ຜູ້ຕາງໜ້າຄະນະຜູ້ແທນ ຫວຽດນາມ ກໍເນັ້ນໜັກວ່າ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ພວມມານະພະຍາຍາມສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ສາມັກຄີ, ສວມບົດບາດເປັນໃຈກາງໃນໂຄງສ້າງຄວາມໝັ້ນຄົງຢູ່ພາກພື້ນ ແລະ ຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມື; ຍົກສູງຄວາມມານະພະຍາຍາມຂອງ ອາຊຽນ ເພື່ອຊອກຫາມາດຕະການແກ້ໄຂຢ່າງຮອບດ້ານໃຫ້ແກ່ບັນດາບັນຫາຢູ່ພາກພື້ນ. ພິເສດ, ຄວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ ຢູ່ທະເລຕາເວັນອອກ, ໃນນັ້ນ, ບັນດາຝ່າຍແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບບັນດາວິວັດທະນາການດ້ານນິຕິກຳ ແລະ ການທູດ, ສອດຄ່ອງກັບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຫວຽດນາມ ຖືເປັນສຳຄັນບົດບາດຂອງບັນດາລະບອບລະບຽບການຫຼາຍຝ່າຍ ໃນນັ້ນມີສະຫະປະຊາຊາດ

ທີ່ກອງປະຊຸມ, ເມື່ອຢ້ຳຄືນຄຳເວົ້າຂອງທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 32 Lazar Mojsor ໂດຍຖືວ່າ “ເລື່ອງ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ ແມ່ນບາດກ້າວສຳຄັນໃນການປັບປຸງສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ” ນັ້ນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມບິງມິນ ຖືວ່າ, ຂໍ້ສັງເກດນັ້ນຍັງມີຄຸນຄ່າເໝືອນເດີມ, ສະແດງໃຫ້ເຫັນຜ່ານຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ເພີ່ມທະວີການເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ຊຸກຍູ້ວິທີເຂົ້າເຖິງຢ່າງສົມດຸ່ນ ແລະ ກໍ່ສ້າງ, ພ້ອມກັນຊອກຫາມາດຕະການແກ້ໄຂຢ່າງຍາວນານໃຫ້ແກ່ບັນດາບັນຫາສາກົນ, ເພື່ອຜົນປະໂຫຍດລວມຂອງທຸກປະເທດສະມາຊິກ. ຍາມໃດ ຫວຽດນາມ ກໍຊຸກຍູ້ຄວາມເຂົ້າໃຈ ແລະ ເຄົາລົບເຊິ່ງກັນແລະກັນ, ຮ່ວມມື ແລະ ເຈລະຈາທີ່ສະພາສິດທິມະນຸດສະຫະປະຊາຊາດ ແລະ ປາດຖະໜາຢາກໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ສຳລັບເລື່ອງ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025.

ນັບແຕ່ເມື່ອ ຫວຽດນາມ ເຂົ້າເປັນສະມາຊິກທີ 149 ຂອງສະຫະປະຊາຊາດ ໃນວັນທີ 20 ກັນຍາ 1977, ຍາມໃດ ຫວຽດນາມ ກໍ່ມານະພະຍາຍາມເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ. ຫວຽດນາມ ແມ່ນປະເທດປະຕິບັດກົດບັດຂອງສະຫະປະຊາຊາດຢ່າງເຂັ້ມງວດ, ມານະພະຍາຍາມປົກປ້ອງ, ຍົກສູງຄວາມຈຳເປັນຕ້ອງເຄົາລົບບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.


top