ຂ່າວສານ

ຫວຽດນາມ ຍູ້ໄວລະດັບຄວາມຄືບໜ້າການອະນຸຍາດໃຫ້ວັກຊິນກັນໂຄວິດ-19 Nanocovax

      ຜູ້ຕາງໜ້າບໍລິສັດ Nanogen ຈຳກັດ ໃຫ້ຮູ້ວ່າ, ມາຮອດຈຸດເວລານີ້, ວັກຊິນ Nanocovax ໄດ້ສັກທົດລອງຕໍ່ຜູ້ອາສາສະໝັກກວ່າ 13.620 ຄົນແລ້ວ.
ທີ່ກອງປະຊຸມ
(ພາບ: ກະຊວງສາທາລະນະສຸກ)
      ວັນທີ 22 ກໍລະກົດ, ກະຊວງສາທາລະນະສຸກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດການປະຊຸມກວດກາຄືນບັນດາສຳເນົາເອກະສານ, ຂໍ້ມູນ, ໝາກຜົນການທົດລອງເບື້ອງຕົ້ນ ແລະ ພິຈາລະນາສະເໜີການອະນຸຍາດໂດຍດ່ວນສຳລັບວັກຊິນ Nanocovax ຂອງບໍລິສັດຫຸ້ນສ່ວນຊີວະສາດການຢາ Nanogen ຈຳກັດ. ຜູ້ຕາງໜ້າບໍລິສັດ Nanogen ຈຳກັດ ໃຫ້ຮູ້ວ່າ, ມາຮອດຈຸດເວລານີ້, ວັກຊິນ Nanocovax ໄດ້ສັກທົດລອງຕໍ່ຜູ້ອາສາສະໝັກກວ່າ 13.620 ຄົນແລ້ວ. ໂດຍກ່າວຄຳເຫັນສະຫຼຸບການປະຊຸມ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຈິ່ນວັນທວນ ຢືນຢັນວ່າ: ບັນດາກະຊວງ, ຄະນະ, ຂະແໜງການ ຍາມໃດກໍ່ສະໜັບສະໜູນ, ສ້າງເງື່ອນໄຂໃຫ້ແກ່ບໍລິສັດ Nanogen ກໍຄືບັນດາບໍລິສັດ, ຫົວໜ່ວຍຢູ່ພາຍໃນປະເທດໃນການຄົ້ນຄວ້າ, ພັດທະນາ ແລະ ຜະລິດວັກຊິນກັນໂຄວິດ-19, ດ້ວຍຄວາມປາດຖະໜາວ່າ ຈະມີວັກຊິນ “Made in Vietnam” ໂດຍໄວ ເພື່ອເປັນເຈົ້າການສະໜອງວັກຊິນໃນການປ້ອງກັນ, ຕ້ານໂລກລະບາດ.
 (ແຫຼ່ງຄັດຈາກ VOV)


top