ຂ່າວສານ

ຫວຽດນາມ ຍູ້ແຮງການເຊື່ອມໂຍງເຂົ້າກັບເສດຖະກິດ ສາກົນ ເພື່ອສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງໃນທົ່ວພາກພື້ນ

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ ການຮ່ວມມືໃນພາກພື້ນມີບົດບາດສຳຄັນທີ່ສຸດ ເພື່ອ ອາຊີ - ປາຊີຟິກ ຟື້ນຟູ ແລະ ຮັບມືກັບບັນດາການປ່ຽນແປງຢ່າງໄວວາ ຂອງເສດຖະກິດໂລກ. 
ກອງປະຊຸມສຸດຍອດທາງອອນລາຍ ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບການຮ່ວມມືໜຶ່ງ
ແລວທາງ - ໜຶ່ງເສັ້ນທາງ
      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ໊, ວັນທີ 23 ມິຖຸນາ 2021, ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບການຮ່ວມມືໜຶ່ງແລວທາງ - ໜຶ່ງເສັ້ນທາງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ ການຮ່ວມມືໃນພາກພື້ນມີບົດບາດສຳຄັນທີ່ສຸດ ເພື່ອ ອາຊີ - ປາຊີຟິກ ຟື້ນຟູ ແລະ ຮັບມືກັບບັນດາການປ່ຽນແປງຢ່າງໄວວາ ຂອງເສດຖະກິດໂລກ. ທ່ານ ບຸຍແທັງເຊີນ ຍົກອອກ 3 ບັນຫາສຳຄັນ ເຊິ່ງບັນດາປະເທດຄວນເອົາໃຈໃສ່ນັ້ນແມ່ນ: ເພີ່ມທະວີການຮ່ວມມືຫຼາຍຝ່າຍເພື່ອສົມທົບກັບບັນດາຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຊຸກຍູ້ການຖ່າຍທອດເຕັກໂນໂລຢີຜະລິດວັກຊິນຢ່າງມີປະສິດທິຜົນ; ເສີມຂະຫຍາຍ ບັນດາຂອບເຂດ, ຂໍ້ລິເລີ່ມຮ່ວມມືພາກພື້ນຄື APEC, ອາຊຽນ, ໜຶ່ງແລວທາງ - ໜຶ່ງເສັ້ນທາງ ໃຫ້ດີກ່ວາອີກ ເພື່ອແນໃສ່ຊຸກຍູ້ການຄ້າ ແລະ ການລົງທຶນ, ສ້າງເງື່ອນໄຂສະດວກໃນການສຳຜັດກັບຕະຫຼາດ ໃຫ້ແກ່ວິສາຫະກິດ, ເຊື່ອມຕໍ່ລະບົບຄົມມະນາຄົມ ແລະ logistics ໃນພາກພື້ນ, ພັດທະນາເສດຖະກິດີຈີຕອນ, ເພີ່ມທະວີການໜູນຊ່ວຍ ບັນດາປະເທດພວມພັດທະນາ ປະຕິບັດບັນດາເປົ້າໝາຍ SDG 2030 ຢ່າງຄົບຖ້ວນ ແລະ ຖືກຕາມເວລາກຳນົດ.
ເມື່ອຢັ້ງຢືນຄວາມສະເໝີຕົ້ນສະເໝີປາຍຕໍ່ເປົ້າໝາຍ “ຄວບຄູ່” ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທັງຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ຍູ້ແຮງການເຊື່ອມຕໍ່ເສດຖະກິດສາກົນ, ເປີດກ້ວາງ ແລະ ເຮັດໃຫ້ການພົວພັນຮ່ວມມື ກັບບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ ເລິກເຊີ່ງກ່ວາອີກ ເພື່ອສັນຕິພາບ, ວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງ ໃນທົ່ວພາກພື້ນ.
(ແຫຼ່ງຄັດຈາກ VOV)


top