ຂ່າວສານ

ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເມືອງດີຈີຕອນ

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ພັກ, ລັດຍາມໃດກໍ່ຖືເປັນສຳຄັນ ແລະ ຖືການຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນວິວັດການຫັນປະເທດຊາດເປັນເປັນອຸດສາຫະກຳ, ທັນສະໄໝ
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: baochinhphu.vn)  

ຕອນເຊົ້າວັນທີ 10 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນຫັນເປັນດີຈີຕອນແຫ່ງຊາດເຊິ່ງໄຂຂຶ້ນຢູ່ຮ່າໂນ້ຍ. ວັນຫັນເປັນດີຈີຕອນແຫ່ງຊາດ (10 ຕຸລາ) ແມ່ນເຫດການສຳຄັນ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ, ລັດ, ປະຊາຄົມວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ, ພັດທະນາພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເມືອງ ດີຈີຕອນ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ພັກ, ລັດຍາມໃດກໍ່ຖືເປັນສຳຄັນ ແລະ ຖືການຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນວິວັດການຫັນປະເທດຊາດເປັນເປັນອຸດສາຫະກຳ, ທັນສະໄໝ. ຫັນເປັນດີຈີຕອນເພື່ອໃຫ້ປະຊາຊົນ, ວິສາຫະກິດໄດ້ຮັບຜົນປະໂຫຍດຈາກການບໍລິການສາທາລະນະ, ຜົນປະໂຫຍດທາງສັງຄົມທີ່ສະດວກກ່ວາ, ວ່ອງໄວກ່ວາ, ມີປະສິດທິຜົນກ່ວາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ເນັ້ນໜັກວ່າ:

“ສຸມໃສ່ສ້າງກົນໄກ, ນະໂຍບາຍໃຫ້ສົມບູນແບບ, ຜັນຂະຫຍາຍປະສິດທິຜົນຂອງຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ. ພັດທະນາຄົບຊຸດທັງທາງດ້ານລະບອບລະບຽບການ, ໂຄງລ່າງດີຈີຕອນ, ພື້ນຖານດີຈີຕອນ ແລະ ຊັບພະຍາກອນດີຈີຕອນ. ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຍົກສູງການຈັດອັນດັບຂອງ ຫວຽດນາມ ກ່ຽວກັບດ້ານລັດຖະບານເອເລັກໂຕນິກ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກຕາມມາດຕະຖານຂອງບັນດາອົງການສາກົນ. ຍົກສູງອັດຕາລະບຽບການບໍລິຫານທີ່ແກ້ໄຂອອນລາຍ. ເພີ່ມທະວີຄຸນນະພາບການສະໜອງບໍລິການສາທາລະນະອອນລາຍ, ຍົກສູງລະດັບຄວາມເພິ່ງພໍໃຈຂອງປະຊາຊົນ.”

ກ່ອນໜ້ານັ້ນ, ວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມການສື່ສານດີຈີຕອນ ຫວຽດນາມ, ວາລະສານເອເລັກໂຕນິກ VietTimes ໄດ້ຈັດຕັ້ງກອງປະຊຸມສຳມະນາ “ເພີ່ມລະດັບຫັນເປັນດີຈີຕອນ - ເພື່ອຜົນປະໂຫຍດແທດຈິງຂອງປະຊາຊົນ ແລະ ວິສາຫະກິດ” ແລະ ພິທີມອບລາງວັນຫັນເປັນດີຈີຕອນ ຫວຽດນາມ ປີ 2022

  ພິທີມອບລາງວັນຫັນເປັນດີຈີຕອນ ຫວຽດນາມ ປີ 2022 (ພາບ: Hanoimoi.com)  

ຄະນະຈັດຕັ້ງ ໄດ້ຄັດເລືອກ ແລະ ເຊີດຊູ 49 ຫົວໜ່ວຍ, ດ້ວຍ 5 ກິດຈະກຳຕົ້ນຕໍ. ໃນນັ້ນ, ກິດຈະກຳຜະລິດຕະພັນ, ການບໍລິການ ແລະ ມາດຕະການຫັນເປັນດີຈີຕອນທີ່ດີເດັ່ນ ແມ່ນໄດ້ຮັບຫຼາຍລາງວັນທີ່ສຸດ. ທ່ານ ຫງວຽນມິງຮົ່ງ, ປະທານສະມາຄົມການສື່ສານດີຈີຕອນ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນຊິງລາງວັນຫັນເປັນດີຈີຕອນ ຫວຽດນາມ ໃຫ້ຮູ້ວ່າ:

“ລາງວັນຫັນເປັນດີຈີຕອນ ຫວຽດນາມ ປີ 2022 ພ້ອມດ້ວຍກອງປະຊຸມສຳມະນາ “ເພີ່ມລະດັບຄວາມໄວໃນການຫັນເປັນດີຈີຕອນ - ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນ ແລະ ວິສາຫະກິດ” ແມ່ນບັນດາກິດຈະກຳອັນແທດຈິງເພື່ອຕອບສະໜອງວັນຫັນເປັນດີຈີຕອນ ແຫ່ງຊາດວັນທີ 10 ຕຸລາ, ປະກອບສ່ວນເຂົ້າໃນການຊຸກຍູ້ໂຄງການຫັນເປັນດີຈີຕອນແຫ່ງຊາດ”.

ຮ່ວມເດີນທາງພ້ອມກັບສັງຄົມໃນວິວັດທະນາການຫັນເປັນດີຈີຕອນ, ມາຮອດປັດຈຸບັນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສ້າງສຳເລັດ “ປະຕູຖານຂໍ້ມູນເອເລັກໂຕນິກ ກ່ຽວກັບການຫັນເປັນດີຈີຕອນແຫ່ງຊາດ” ໃນເວັບໄຊ dx.gov.vn. ນີ້ແມ່ນບ່ອນສະໜອງຂໍ້ມູນຊ່ວຍປະຊາຊົນ, ວິສາຫະກິດໃນວິວັດທະນາການຫັນເປັນດີຈີຕອນ. ຫວຽດນາມ ພວມມຸ່ງໄປເຖິງການສ້າງປະເທດດີຈີຕອນນອນໃນກຸ່ມບັນດາປະເທດດີຈີຕອນແຖວໜ້າຂອງພາກພື້ນ ແລະ ໃນໂລກ.


top