ຂ່າວສານ

ຫວຽດນາມ, ຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບຄວາມຮັບຮູ້ໃນຂົງເຂດເດີນເຮືອ

      ວັນທີ 20 ກຸມພາ, ກອງປະຊຸມສຳມະນາຮ່ວມມືສາກົນຄັ້ງທີ 2 ກ່ຽວກັບຄວາມຮັບຮູ້ໃນຂົງເຂດເດີນເຮືອ ເຊິ່ງດຳເນີນຢູ່ນະຄອນຫລວງ ໂຕກຽວ, ປະເທດ ຍີ່ປຸ່ນ, ພາຍໃຕ້ການເປັນປະທານຂອງ ຍີ່ປຸ່ນ ແລະ ຫວຽດນາມ. ນີ້ແມ່ນເຫດການຢ່າງເປັນທາງການທີ່ນອນໃນຂອບເຂດຂອງເວທີປາໄສພາກພື້ນ ອາຊຽນ (ARF).

ຫວຽດນາມ, ຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບຄວາມຮັບຮູ້ໃນຂົງເຂດເດີນເຮືອ (ພາບ: TTXVN)
      ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຮັບຟັງການລາຍງານຫົວເລື່ອງສະເພາະກ່ຽວກັບບັນດາບັນຫາຄື: ເລື່ອງນຳໃຊ້ກຳລັງຄວາມສາມາດຮັບຮູ້ໃນຂົງເຂດເດີນເຮືອ, ບັນດາກົນໄກລະຫວ່າງຂະແໜງ ແລະ ການຮ່ວມມືສາກົນ ເພື່ອຮັບມືຕໍ່ບັນດາສິ່ງທ້າທາຍໃນຂົງເຂດເດີນເຮືອ, ໃນນັ້ນ ມີບັນຫາໂຈນສະລັດ, ການກໍ່ການຮ້າຍໃນທະເລ ແລະ ບັນດາການເຄື່ອນໄຫວຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ.
        ແລະກໍ່ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ຄວາມຈຳເປັນ ຕ້ອງເພີ່ມທະວີການຮ່ວມມື ແນໃສ່ຍົກສູງຄວາມຮັບຮູ້ໃນຂົງເຂດເດີນເຮືອ.
 (ແຫຼ່ງຄັດຈາກ VOV)


top