ຂ່າວສານ

ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດໃຫ້ການພົວພັນກັບ ລາວ

ຍາມໃດ ຫວຽດນາມ ກໍ່ໃຫ້ບຸລິມະສິດສູງສຸດໃນການພົວພັນກັບ ລາວ, ພ້ອມກັນນັ້ນກໍ່ ສະເໜີໃຫ້ຄະນະຊາວໜຸ່ມສອງປະເທດເພີ່ມທະວີການສຶກສາລຸ້ນໜຸ່ມກ່ຽວກັບມູນເຊື້ອຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ
  ທີ່​ການ​ຕ້ອນ​ຮັບ (ພາບ: VNA)  

ຕອນບ່າຍວັນທີ 21 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນເກີມຕູ, ກຳມະການ​ຜູ້ປະຈຳ​ການຄະນະ​ເລ​ຂາ​ທິ​ການສູນກາງພັກກອມ​ມູ​ນິດ ໄດ້ຕ້ອນຮັບຄະນະຜູ້ແທນ​ສູນ​ກາງ​ຊາວ​ໜຸ່ມປະ​ຊາ​ຊົນປະຕິວັດ ລາວ ໂດຍທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານ​ງານ​ສູນກາງຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ນຳໜ້າ ທີ່​ພວມ​ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ຢູ່​ທີ່ນີ້, ທ່ານ ເຈິ່ນເກີມຕູ ຢືນຢັນວ່າ ​ຍາມ​ໃດ ຫວຽດ​ນາມ ກໍ່​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ການ​ພົວ​ພັນ​ກັບ ລາວ, ພ້ອມ​ກັນ​ນັ້ນກໍ່ສະເໜີໃຫ້​ຄະ​ນະ​ຊາວ​ໜຸ່ມ​ສອງປະເທດເພີ່ມທະວີການສຶກສາ​ລຸ້ນໜຸ່ມກ່ຽວກັບມູນເຊື້ອຄວາມສາມັກຄີ​ແບບ​ພ​ິ​ເສດລະຫວ່າງ ຫວຽດນາມ ແລະ ລາວ, ແລກປ່ຽນບົດ​ຮຽນ ແລະ ປຸກ​ລຸກຈິດໃຈອຸທິດ​ສ່ວນ​ຂອງ​ຊາວ​ໜຸ່ມສອງປະເທດ.

ສ່ວນທ່ານ ທອງລີ ສີສຸລິດ, ເລຂາຄະ​ນະ​ບໍ​ລິ​ຫານ​ງານສູນກາງຊາວ​ໜຸ່ມ​ປະ​ຊາ​ຊົນປະຕິວັດ ລາວ ປາດຖະໜາ​ຢາກສືບຕໍ່ຮໍ່າຮຽນ, ແລກປ່ຽນບົດ​ຮຽນ​ກັບ​ຄະ​ນະຊາວໜຸ່ມກອມມູນິດ ໂຮ່ຈິມິນ; ຍູ້​ແຮງ​ການ​ພົບ​ປະແລກປ່ຽນ, ການຮ່ວມມື, ​ບັນ​ດາ​ການ​ເຄື່ອນ​ໄຫວອາສາສະໝັກ, ການປົກປັກຮັກສາສິ່ງແວດລ້ອມ ແລະ ​ໜູນ​ຊ່ວຍປະຊາຊົນຢູ່ເຂດ​ຫ່າງ​ໄກສອກຫຼີກ.


top