ຂ່າວສານ

ຫວຽດນາມ ຍາມໃດກໍ່ຢັ້ງຢືນອະທິປະໄຕສຳລັບໝູ່ເກາະ ຮ່ວາງຊາ

      ຫວຽດນາມ ຍັງບໍ່ມີການປ່ຽນແປງຈັກເທື່ອຕໍ່ການຢັ້ງຢືນອະທິປະໄຕຂອງຕົນຢູ່ໝູ່ເກາະ ຮ່ວາງຊາ . ການຕໍ່ສູ້ຄືແນວໃດ ຈະແມ່ນວິວັດການດ້ວຍມາດຕະການສັນຕິພາບ, ທາງການທູດ ແລະ ນິຕິກຳ”. 
            ນີ້ແມ່ນຄຳຢືນຢັນຂອງທ່ານ ເຈືອງກວາງເຫງັຍ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນ ດ່າໜັງ ທີ່ການພົບປະກັບຜູ້ມີສິດເລືອກຕັ້ງກ່ວາ 1.000 ຄົນຢູ່ເມືອງ ຫ໋າຍເຈົາ, ແທັງເຄ ແລະ ເຊີນຈ່າ ໃນວັນທີ 26 ມິຖຸນາ.

ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ
      ເມື່ອເຕື້ອງເຖິງຄວາມວິຕົກກັງວົນຂອງຜູ້ມີສິດເລືອກຕັ້ງກ່ຽວກັບບົດບາດທີ່ຕັ້ງຂອງນະຄອນ ດ່າໜັງ ແລະ ຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບອະທິປະໄຕສຳລັບໝູ່ເກາະຮ່ວາງຊາ, ທ່ານ ເຈືອງກວາງເຫງັຍ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຢັ້ງຢືນອະທິປະໄຕຂອງຕົນຢູ່ໝູ່ເກາະ ຮ່ວາງຊາ. ທ່ານກ່າວວ່າ:
        “ຍາມໃດພວມເຮົາກໍ່ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ຢູ່ໝູ່ເກາະ ຮ່ວາງຊາ. ໃນໄລຍະຜ່ານມາ, ບັນດາການເຄື່ອນໄຫວຂອງນະຄອນ ດ່າໜັງ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຕົນແມ່ນຈະແຈ້ງທີ່ສຸດ. ນັບແຕ່ເລື່ອງພວກເຮົາມີອຳນາດການປົກຄອງ, ເຈົ້າເມືອງເກາະ ຮ່ວາງຊາ. ພວກເຮົາມີຫໍວາງສະແດງ ຮ່ວາງຊາ, ຢູ່ໃນນັ້ນ, ມີພະຍານຫຼັກຖານປະຫວັດສາດຫລາຍຢ່າງ, ມີທັງບັນດາວັດຖຸພັນໃນວິວັດການຕໍ່ສູ້ຂອງພວກເຮົາ.
 (ແຫຼ່ງຄັດຈາກ VOV)


top