ຂ່າວສານ

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບ ເບລາຣຸດ ແລະ ເອຢິບ

ຕອນບ່າຍວັນທີ 13 ເມສາ, ຢູ່ສຳນັກງານປະທານປະເທດ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສ.ເບລາຣຸດ Vladimir Baravikov ເຂົ້າຍື່ນສານຕາຕັ້ງເນື່ອງໃນໂອກາດມາປະຕິບັດງານທາງການທູດຢູ່ ຫວຽດນາມ.

  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຮັບສານຕາຕັ້ງຂອງ ທ່ານເອກອັກຄະລັດຖະທູດ ສ.ເບລາຣຸດ Vladimir Baravikov

(ພາບ: TTXVN)  

 ທ່ານປະທານປະເທດຢັ້ງຢືນວ່າ ຍາມໃດກໍ່ຖືເປັນສຳຄັນຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບເບລາຣຸດ, ໂດຍສະເພາະແມ່ນການນຳເຂົ້າ ຕະຫຼາດເບລາຣຸດ ຜະລິດຕະພັນກະເສດ, ສິນໃນຈາກ ຫວຽດນາມ. ຜ່ານນັ້ນປະກອບສ່ວນຮັກສາດູນການຄ້າ ລະຫວ່າງ ສອງປະເທດ. ທ່ານປະທານປະເທດ ກໍ່ຖືວ່າ ສອງປະເທດ ພວມຊຸກຍູ້ມາດຕະການຮ່ວມມືໃນໄລຍະຈະມາເຖິງ, ພິເສດແມ່ນການຮ່ວມມືຄະນະກຳມະການລະຫວ່າງລັດຖະບານສອງປະເທດ.

ຕໍ່ຈາກນັ້ນ, ໃນພິທີຕ້ອນຮັບທ່ານນາງ Amal Abdel Kader Elmorsi Salama ເອກອັກຄະລັດຖະທູດ ເອຢິບ ເຂົ້າຍື່ນສານຕາຕັ້ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບເອຢິບ ແລະ ຖືເອຢິບເປັນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງ ຫວຽດນາມ ຢູ່ອາຟຼິກກາ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ເອຢິບຍັງໃຫຍ່ຫຼວງຢູ່ ແລະ ສະເໜີໃຫ້ສອງຝ່າຍ ຊຸກຍູ້ການຮ່ວມມືເພື່ອນຳວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງລະດັບ 1 ຕື້ USD ໃນແຕ່ລະປີ. ທ່ານ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຍາມໃດຫວຽດນາມ ກໍ່ເປີດປະຕູແລະສ້າງເງື່ອນໄຂສະດວກໃຫ້ນັກລົງທຶນເອຢິບ, ພ້ອມດຽວກັນນັ້ນ ກໍ່ຢາກໃຫ້ ເອຢິບ ສືບຕໍ່ສະຫງວນການທຶນການສຶກສາບຳລຸງສ້າງພາສາອາຣັບ ໃຫ້ນັກສຶກສາຫວຽດນາມ, ພິຈາລະນາໃຫ້ທຶນບຳລຸງພະນັກງານ, ນັກຊ່ຽວຊານກ່ຽວກັບມາດຖານ Halal ໃຫ້ຫວຽດນາມ.


top