ຂ່າວສານ

ຫວຽດນາມ ຍາມໃດກໍ່ຖືຄວາມສະເໝີພາບລະຫວ່າງຍິງ-ຊາຍໃນນະໂຍບາຍແຫ່ງຊາດເປັນບັນຫາສຳຄັນ

ບັນດາປະເທດຄວນປະສານກັບບັນຫາທາງເພດ ແລະ ມອບສິດໃຫ້ແກ່ແມ່ຍິງໃນການສ້າງບັນດານະໂຍບາຍ ແລະ ແຜນການລະດັບຊາດເພື່ອຮັບປະກັນໃຫ້ແມ່ຍິງ ແລະ ເດັກຍິງ ໄດ້ເຂົ້າຮ່ວມ ແລະ ຊົມໃຊ້ຄວາມຍຸຕິທຳ.

ບັນດາປະເທດຄວນປະສານກັບບັນຫາທາງເພດ ແລະ ມອບສິດໃຫ້ແກ່ແມ່ຍິງໃນການສ້າງບັນດານະໂຍບາຍ ແລະ ແຜນການລະດັບຊາດເພື່ອຮັບປະກັນໃຫ້ແມ່ຍິງ ແລະ ເດັກຍິງ ໄດ້ເຂົ້າຮ່ວມ ແລະ ຊົມໃຊ້ຄວາມຍຸຕິທຳ.

   

(ທີ່ວາລະປຶກສາຫາລື)

  ວັນທີ 01 ຕຸລາ, ຄະນະກຳມະການບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77 ໄດ້ປຶກສາຫາລືຫົວຂໍ້ກ່ຽວກັບການຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງອຸປະທູດ ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກວ່າ ບັນດາປະເທດຄວນປະສານກັບບັນຫາທາງເພດ ແລະ ມອບສິດໃຫ້ແກ່ແມ່ຍິງໃນການສ້າງບັນດານະໂຍບາຍ ແລະ ແຜນການລະດັບຊາດເພື່ອຮັບປະກັນໃຫ້ແມ່ຍິງ ແລະ ເດັກຍິງ ໄດ້ເຂົ້າຮ່ວມ ແລະ ຊົມໃຊ້ຄວາມຍຸຕິທຳ ແລະ ຄົບຖ້ວນໃນວິວັດທະນາການພັດທະນາ. ນອກນັ້ນ, ບັນດາປະເທດກໍ່ຄວນຊຸກຍູ້ບັນດາມາດຕະການຢ່າງຮອບດ້ານ ແລະ ມີປະສິດທິຜົນ ເພື່ອສະກັດກັ້ນ ແລະ ຍົກເລີກທຸກຮູບແບບການປະພຶດ ແລະ ການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ. ຜູ້ຕາງໜ້າ ຫວຽດນາມ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມມືພັດທະນາ ສືບຕໍ່ໜູນຊ່ວຍບັນດາປະເທດສະມາຊິກສະຫະປະຊາຊາດ ປະຕິບັດຄຳໝັ້ນສັນຍາ ແລະ ພັນທະສາກົນກ່ຽວກັບການປົກປ້ອງສິດຂອງແມ່ຍິງ ແລະ ເດັກຍິງ.

(ແຫຼ່ງຄັດຈາກ VOV)


top