ຂ່າວສານ

ຫວຽດນາມ ຍາມໃດກໍ່ຖື ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ ແລະ ຍາວນານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ 2 ຝ່າຍ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງມີປະສິດທິຜົນ
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo (ພາບ: TTXVN)  

ຫວຽດນາມ ຍາມໃດກໍ່ຖື ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ ແລະ ຍາວນານ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ໃນຕອນບ່າຍວັນທີ 17 ມັງກອນ, ຢູ່ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີປາດຖະໜາຢາກພ້ອມກັບ ສ.ເກົາຫຼີ ເຮັດໃຫ້ການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ, ສະເໜີໃຫ້ 2 ຝ່າຍເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໂດຍສະເພາະແມ່ນອຸດສາຫະກຳປ້ອງກັນຊາດ.

ເມື່ອເນັ້ນໜັກເຖິງການຮ່ວມມືທາງດ້ານເສດຖະກິດແມ່ນເສົາຄ້ຳຮ່ວມມືສຳຄັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ 2 ຝ່າຍ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງມີປະສິດທິຜົນ; ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 100 ຕື້ USD ໃນປີ 2023 ຕາມທິດມີຄວາມດຸ່ນດ່ຽງ, ຍືນຍົງ ແລະ ສ້າງຄວາມສະດວກເພື່ອໃຫ້ຜະລິດຕະພັນສິນໃນນ້ຳ, ໝາກໄມ້ຂອງ ຫວຽດນາມ ເຂົ້າຕະຫຼາດ ສ.ເກົາຫຼີ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຫວຽດນາມ ຊົມເຊີຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນເຂົ້າ ຫວຽດນາມ.

ສ່ວນທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ຢືນຢັນວ່າ, ຫວນຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສ.ເກົາຫຼີ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ຂອບໃຈລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ. ທ່ານກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືກັບສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ໃຫ້ຫຼາຍກວ່າອີກ ເພື່ອຊຸກຍູ້ການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”.


top