ຂ່າວສານ

ຫວຽດນາມ ຍາດໄດ້ລາງວັນທີ 1 ໃນການເສັງ ຄົ້ນຫາຂໍ້ມູນວິທະຍາສາດ ອາຊຽນ

      ວັນທີ 18 ພະຈິກ, ທິມ Catfish ຈາກມະຫາວິທະຍາໄລ RMIT ຫວຽດນາມ ຍາດໄດ້ລາງວັນທີ 1 ໃນການເສັງ ຄົ້ນຫາຂໍ້ມູນວິທະຍາສາດ ອາຊຽນ (ADSE) 2020 ໂດຍ ກອງທຶນ ອາຊຽນ ແລະ ບໍລິສັດ SAP ສົມທົບກັນຈັດຕັ້ງ.

ນັກສຶກສາມະຫາວິທະຍາໄລ RMIT ຫວຽດນາມ ຍາດໄດ້ລາງວັນທີ 1 ໃນການເສັງ ຄົ້ນຫາຂໍ້ມູນວິທະຍາສາດ ອາຊຽນ (ADSE) 2020 (ພາບ: rmit.edu.vn)
      ບົດເສັງຂອງທິມ Catfish ໄດ້ສຸມໃສ່ຫົວຂໍ້ “ຄົນພິການ: ແກ້ໄຂຈຸດອຸດຕັນດ້ານເສດຖະກິດທີ່ກ່ຽວຂ້ອງເຖິງການສຶກສາທີ່ມີຄຸນນະພາບ ແລະ ວຽກເຮັດງານທຳຖາວອນ ແລະ ການເຕີບໂຕເສດຖະກິດ ສົມກັບໄດ້ຮັບລາງວັນທີ 1, ລາງວັນທີ 2 ໄດ້ແກ່ທິມ Halcyon Seraph ມາຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ແລະ ມະຫາວິທະຍາໄລ Yale – NUS, ສ່ວນລາງວັນທີ 3 ໄດ້ແກ່ ທິມ Psyduck ທີ່ມາຈາກມະຫາວິທະຍາໄລ Tecknologi ບຣູໄນ.
        ADSE ແມ່ນໂຄງການຮ່ວມມືປະຈຳປີ ນັບແຕ່ປີ 2017 ເປັນຕົ້ນມາ ລະຫວ່າງ ກອງທຶນ ອາຊຽນ ກັບ SAP. ໂຄງການດັ່ງກ່າວ ໄດ້ໜູນຊ່ວຍໃຫ້ຊາວໜຸ່ມຍົກສູງທັກສະໃນການໄຈ້ແຍກຂໍ້ມູນ ແລະ ຊຸກຍູ້ການເຊື່ອມໂຍງເຂົ້າກັບເຕັກນິກດີຈີຕອນໃນພາກພື້ນ. ໃນຊຸມປີຈະມາເຖິງ, ADSE ຈະສືບຕໍ່ເປີດກວ້າງຂອບເຂດການເຄື່ອນໄຫວ ດ້ວຍວິທີການໃຫ້ໂອກາດບຳລຸງສ້າງກ່ຽວກັບການໄຈ້ແຍກຂໍ້ມູນ ສຳລັບ ຊາວໜຸ່ມ ແລະ ນັກສຶກສາ ທີ່ປະສົບກັບຄວາມຫຍຸ້ງຍາກ.
 (ແຫຼ່ງຄັດຈາກ VOV)


top