ຂ່າວສານ

ຫວຽດນາມ ຊົມເຊີຍເລື່ອງສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິຮຽກຮ້ອງໃຫ້ຍົກເລີກຄຳສັ່ງຂວ້ຳບາດກູບາ

ສ່ວນທັດສະນະຂອງ ຫວຽດນາມ ກ່ຽວກັບຜົນຂອງການເລືອກຕັ້ງກາງສະໄໝຢູ່ ອາເມລິກາ ຫວ່າງແລ້ວນີ້, ທ່ານນາງເລທິທູຮັ່ງ ກໍ່ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ

ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
 

ວັນທີ 8 ພະຈິກ, ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ, ຫວ່າງແລ້ວນີ້, ອາເມລິກາ ໄດ້ປະກາດຈັດວາງຄຳສັ່ງລົງໂທດໃໝ່ສຳລັບ ກູບາ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ຊີ້ແຈ້ງວ່າ:

        “ຫວຽດນາມ ຊົມເຊີຍເລື່ອງສະມັດຊາໃຫຍ່ ສປຊ ຫາກໍ່ຮັບຮອງເອົາມະຕິຮຽກຮ້ອງໃຫ້ຍົກເລີກຄຳສັ່ງຂວ້ຳບາດຕໍ່ກູບາ. ຫວຽດນາມ ຖືວ່າ ເລື່ອງສືບຕໍ່ຮັກສາຄຳສັ່ງຂວ້ຳບາດຕໍ່ກູບາແມ່ນບໍ່ເໝາະສົມ, ຄວນໄດ້ຮັບການຍົກເລີກທັງໝົດ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ ກູບາ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະວີບ ອາເມລິກາ.”

        ສ່ວນທັດສະນະຂອງ ຫວຽດນາມ ກ່ຽວກັບຜົນຂອງການເລືອກຕັ້ງກາງສະໄໝຢູ່ ອາເມລິກາ ຫວ່າງແລ້ວນີ້, ທ່ານນາງເລທິທູຮັ່ງ ກໍ່ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາແທດຈິງ, ມີປະສິດທິຜົນກ່ວາອີກ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ ອາຊີ - ປາຊີຟິກ ແລະ ຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)



top