ຂ່າວສານ

ຫວຽດນາມ ຊົມເຊີຍ ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຟື້ນຟູການປະຕິບັດວິວັດທະນາການສັນຕິພາບຕາເວັນອອກາງ

ວັນທີ 11 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການຢູ່ຕາເວັນອອກກາງລວມມີບັນຫາຂອງ ປາແລັດສະຕິນ, ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ເນັ້ນໜັກວ່າ:
ຫວຽດນາມ ຊົມເຊີຍບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຟື້ນຟູການປະຕິບັດວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ ໂດຍອີງໃສ່ບັນດາຂໍ້ຕົກລົງສາກົນ ແລະ 2 ຝ່າຍ. ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ ຢັ້ງຢືນວ່າ ການສະໜັບສະໜູນຢ່າງແຮງສຳລັບການຕໍ່ສູ້ຖືກຕ້ອງຕາມກົດໝາຍ ເພື່ອສິດບໍ່ອາດມອບໂອນຂອງປະຊາຊົນຊາວ ປາແລັດສະຕິນ.

ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ

 ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການເຄື່ອນໄຫວຂອງ ອິດສະລາແອັນໃນການຕັ້ງຖິ່ນຖານຄົງທີ່ຢ່າງຕໍ່ເນື່ອງ ກໍ່ຄືບັນດາຄຳຮຽກຮ້ອງຫວ່າງແລ້ວນີ້ ແນໃສ່ໂຮມບັນດາເຂດດິນແດນ ປາແລັດສະຕິນ ຖືກຢຶດຄອງມານັ້ນເຂົ້າກັນ. ຫວຽດນາມ ຮຽກຮ້ອງ ແລະ ສະໜັບສະໜູນບັນດາຝ່າຍທີ່ກ່ຽວຂ້ອງ ພ້ອມກັນມານະພະຍາຍາມ ເພື່ອບັນລຸໄດ້ມາດຕະການສັນຕິພາບຢ່າງຮອບດ້ານ, ຍຸຕິທຳ ແລະ ຍາວນານ ໂດຍຜ່ານການພົບປະເຈລະຈາ ອີງໃສ່ການເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ.
(ແຫຼ່ງຄັດຈາກ VOV)

top