ຂ່າວສານ

ຫວຽດນາມ ຊົມເຊີຍ ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

      ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າ, ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອໃຫ້ ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະປະສົບຜົນສໍາເລັດ, ປະກອບສ່ວນເຂົ້າໃນເປົ້າໝາຍດັ່ງກ່າວ.

ທ່ານນາງ ເລທິທູຮັ່່ງໂຄສົກກະຊວງການຕ່າງປະເທດຫວຽດນາມ
      ວັນທີ 6 ກຸມພາ, ຕອບສໍາພາດນັກຂ່າວຕໍ່ໜ້າຄໍາປາໄສຂອງ ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໃນສານສະຫະລັດ ເຊິ່ງໄດ້ເຕື້ອງເຖິງການດໍາເນີນກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເຊິ່່ງຄາດວ່າ ຈະຈັດຂຶ້ນຢູ່ຫວຽດນາມ ໃນວັນທີ 27 – 28 ກຸມພານີ້, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່່ງໄດ້ຊິີ້ແຈ້ງວ່າ: ຫວຽດນາມ ຊົມເຊີຍ ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ , ຫວຽດນາມ ສະໜັບສະໜູນຕໍ່ການເຈລະຈາເພື່ອແນໃສ່ຮັກສາສັນຕິພາບ, ຄວາມໝັ້່ນຄົງ, ສະຖຽນລະພາບໃນແຫຼມເກົາຫຼີ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າ, ສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອໃຫ້ ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະປະສົບຜົນສໍາເລັດ, ປະກອບສ່ວນເຂົ້າໃນເປົ້າໝາຍດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)


top