ຂ່າວສານ

ຫວຽດນາມ ຊຸກຍູ້ການຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳຄ້າມະນຸດ ແລະ ອົບພະຍົບຢ່າງຜິດກົດໝາຍ

ທີ່ການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງພາຍໃນ ອັງກິດ Yvette Cooper, 2 ຝ່າຍໄດ້ເປັນເອກະພາບຕັ້ງໜ້າຜັນຂະຫຍາຍບັນດາເອກະສານທີ່ໄດ້ລົງນາມ.
ທ່ານລັດຖະມົນຕີ ເລືອງຕາມກວາງ ແລະ ທ່ານນາງລັດຖະມົນຕີກະຊວງພາຍໃນ ອັງກິດ Yvette Cooper (ພາບ: TTXVN)

ວັນທີ 31 ມີນາ, ຢູ່ນອກກອງປະຊຸມສຸດຍອດກ່ຽວກັບຄວາມໝັ້ນຄົງເຂດຊາຍແດນຢູ່ ລອນດອນ, ປະເທດ ອັງກິດ, ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ມີບັນດາການເຈລະຈາກັບທ່ານລັດຖະມົນຕີກະຊວງພາຍໃນ ອັງກິດ; ພົບປະ 2 ຝ່າຍກັບການນຳບັນດາອົງການປະຕິບັດກົດໝາຍບາງປະເທດ.

        ທີ່ການພົບປະເຈລະຈາກັບທ່ານນາງລັດຖະມົນຕີກະຊວງພາຍໃນ ອັງກິດ Yvette Cooper, 2 ຝ່າຍໄດ້ເປັນເອກະພາບຕັ້ງໜ້າຜັນຂະຫຍາຍບັນດາເອກະສານທີ່ໄດ້ລົງນາມ. ສິ້ນສຸດການພົບປະເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ລົງນາມໃນແຜນການກະທຳໃນການປ້ອງກັນ, ຕ້ານການຄ້າມະນຸດລະຫວ່າງ 2 ກະຊວງ.

        ທີ່ການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງພາຍໃນ ຝລັ່ງ Bruno Retailleau, 2 ຝ່າຍໄດ້ເນັ້ນໜັກວ່າ: ຈະຍູ້ແຮງການສ້າງບັນດາຂໍ້ກຳນົດຂອງແຕ່ລະປະເທດໃຫ້ສົມບູນແບບ ສຳລັບຮ່າງ ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດເຂົ້າ - ອອກເມືອງ ແລະ ບົດບັນທຶກຊ່ວຍຈຳຂັ້ນລັດຖະບານກ່ຽວກັບການຮັບເອົາພົນລະເມືອງຢູ່ອາໄສຢ່າງຜິດກົດໝາຍຄືນໃໝ່.

        ໃນຂອບເຂດກອງປະຊຸມ, ທ່ານລັດຖະມົນຕີ ເລືອງຕາມກວາງ ໄດ້ມີບັນດາການພົບປະ 2 ຝ່າຍກັບຫົວໜ້າອົງການປ້ອງກັນຊາຍແດນ ອັງກິດ ແລະ ການນຳອົງການປະຕິບັດກົດໝາຍຂອງບັນດາປະເທດ, ຄື: ແອັດສະປາຍ, ອຽກລັງ… ເພື່ອຫັນບັນດາຂອບເຂດການຮ່ວມມືໃຫ້ເປັນລະອຽດ.


top