ຂ່າວສານ

ຫວຽດນາມ ຊຸກຍູ້ການຮ່ວມມືກັບ ກຸຍບາ, ການາດາ ແລະ ໂກໂມໂຣ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ ໂກໂມໂຣ ສະໜັບສະໜູນ ຫວຽດນາມ ສະໝັກເປັນສະມາຊິກສະພາສິດທິມະນຸດອາຍຸການ 2023 – 2025.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ ໂກໂມໂຣ ສະໜັບສະໜູນ ຫວຽດນາມ ສະໝັກເປັນສະມາຊິກສະພາສິດທິມະນຸດອາຍຸການ 2023 – 2025.

    

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ພົບປະເຈລະຈາກັບທ່ານປະທານາທິບໍດີ ສະຫະພັນ ໂກໂມໂຣ Azali Assoumani

(ພາບ: TTXVN)

  ວັນທີ 22 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິນ ໄດ້ມີການພົບປະສົນທະນາກັບການນຳບາງປະເທດ ຢູ່ນອກສັບປະດາຂັ້ນສູງ, ກອງປະຊຸມສະມາມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 77 ຢູ່ ນິວຢອກ.

        ທີ່ການພົບປະເຈລະຈາກັບທ່ານປະທານາທິບໍດີ ສະຫະພັນ ໂກໂມໂຣ Azali Assoumani, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີບາງມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມື ພາຍຫຼັງທີ່ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 2015; ສະເໜີໃຫ້ ໂກໂມໂຣ ສະໜັບສະໜູນ ຫວຽດນາມ ສະໝັກເປັນສະມາຊິກສະພາສິດທິມະນຸດອາຍຸການ 2023 – 2025. ສ່ວນທ່ານປະທານາທິບໍດີ Azali Assoumani ໄດ້ເຫັນດີຕໍ່ບັນດາຂໍ້ສະເໜີຂອງ ຫວຽດນາມ ແລະ ເນັ້ນໜັກຄວາມປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນບົດຮຽນໃນການພັດທະນາ, ເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ, ການຄ້າ, ສິນໃນນ້ຳ ແລະ ການທ່ອງທ່ຽວ ເພື່ອແນໃສ່ໜູນຊ່ວຍ ໂກໂມໂຣ ປະຕິບັດແຜນການ ແລະ ວິໄສທັດກາຍເປັນພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນໃນປີ 2030.

        ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ກຸຍບາ Rodriguez Parrilla, ຫົວໜ້າຄະນະຜູ້ແທນ ກຸຍບາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ສະເໜີໃຫ້ກະຊວງການຕ່າງປະເທດຂອງ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ແກ່ບັນດາການເຄື່ອນໄຫວ 2 ຝ່າຍຂອງການນຳຂັ້ນສູງ 2 ປະເທດໃນໄລຍະຈະມາເຖິງ; ເພີ່ມທະວີການທາບທາມຄວາມເຫັນ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ…

        ທີ່ການພົບປະກັບທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Melanie Joly, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ຊົມເຊີຍ ການາດາ ທີ່ສືບຕໍ່ສະແດງຄຳໝັ້ນສັນຍາຢ່າງແຮງສຳລັບເລື່ອງສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ແລະ ບັນດາຄວາມມານະພະຍາຍາມລະອຽດ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມືຮອບດ້ານ ອາຊຽນ - ການາດາ.

(ແຫຼ່ງຄັດຈາກ VOV)


top