ຂ່າວສານ

ຫວຽດນາມ - ຈີນ ສິ້ນສຸດການລາດຕະເວນຮ່ວມ ຢູ່ເຂດທະເລຕິດກັບຂີດແບ່ງເສັ້ນທະເລອ່າວພາກເໜືອ

      ແຕ່ລະຫວ່າງວັນທີ 26 – 28 ເມສາ, ຢູ່ເຂດທະເລຕິດກັບຂີດແບ່ງເສັ້ນທະເລອ່າວພ່ກເໜືອ ໄດ້ດຳເນີນການລາດຕະເວນຮ່ວມ ລະຫວ່າງ ຕຳຫຼວດທະເລ ຫວຽດນາມ ແລະ ຕຳຫຼວດທະເລ ຈີນ ຄັ້ງທີ 1 ປີ 2021. ການລາດຕະເວນຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນສ້າງເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.
ປັ່ນຂອງ ຫວຽດນາມ ແລະ ຈີນ ລາດຕະເວນຮ່ວມ (ພາບ: tintuc.vn)
      ໃນການລາດຕະເວນຄັ້ງນີ້, ກຳລັງຕຳຫຼວດທະເລສອງປະເທດ ໄດ້ໂອ້ລົມທາງໂທລະສັບ, ແລກປ່ຽນ, ຕິດຕາມກວດກາການເຄື່ອນໄຫວຂອງກ່ຳປັ່ນຊາວປະມົງ ໃນເຂດທະເລດັ່ງກ່າວ. ໃນການໂອ້ລົມທາງໂທລະສັບ ເພື່ອສິ້ນສຸດການເຄື່ອນໄຫວຄັ້ງນີ້ ກັບຝ່າຍ ຈີນ, ທ່ານພັນເອກ ເຈິ່ນວັນເທີ, ຮອງຫົວໜ້າ - ເສນາທິການ ກອງບັນຊາການທະຫານເຂດ ຕຳຫຼວດທະເລ 1 ເນັ້ນໜັກວ່າ: ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ປະຕິບັດແຜນການທີ່ໄດ້ຮັບຮອງເອົາໃຫ້ເປັນຢ່າງດີ. ທ່ານເຊື່ອໝັ້ນວ່າ ໝາກຜົນຄັ້ງນີ້ ຈະສ້າງແຫຼ່ງກຳລັງໜູນຊຸກຍູ້ການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາ ແລະ ປາດຖະໜາວ່າ ປີ 2021 ຈະສ້າງຂີດໝາຍໄລຍະພັດທະນາໃໝ່ນັບມື້ນັບດີງາມຍິ່ງໆຂຶ້ນ ຂອງການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເວົ້າລວມ, ກຳລັງຕຳຫຼວດທະເລຂອງສອງປະເທດເວົ້າສະເພາະ.
(ແຫຼ່ງຄັດຈາກ VOV)


top