ຂ່າວສານ

ຫວຽດນາມ - ຈີນ ສະໜັບສະໜູນກັນກ້າວຂຶ້ນຢ່າງໝັ້ນຄົງ

ປີ 2022 ໄດ້ສິ້ນສຸດລົງດ້ວຍຂີດໝາຍພິເສດຫຼາຍຢ່າງໃນການພົວພັນສອງຝ່າຍ ຫວຽດນາມ - ຈີນ. ພິເສດ, ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໃນເດືອນພະຈິກ 2022 ໄດ້ກຳນົດການພົວພັນລະຫວ່າງສອງປະເທດໃນໄລຍະໃໝ່. ໃນການແລກປ່ຽນກັບນັກຂ່າວ VOV ຫວ່າງແລ້ວນີ້, ທ່ານ ຊຸງປົວ, ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຢັ້ງຢືນວ່າ ການຢ້ຽມຢາມນີ້ໄດ້ກຳນົດທິດຕໍ່ການພັດທະນາສາຍພົວພັນລະຫວ່າງສອງພັກ, ສອງລັດແຕ່ນີ້ຕໍ່ໄປ, ຕັດສິນໃຈສະໜັບສະໜູນເຊິ່ງກັນ ແລະ ກັນກ້າວຂຶ້ນເສັ້ນທາງສັງຄົມນິຍົມຢ່າງໝັ້ນຄົງ, ສະໜັບສະໜູນກັນປະຕິບັດເປົ້າໝາຍພັດທະນາລວມ ແລະ ໄລຍະຍາວເຊິ່ງສອງພັກ ໄດ້ກຳນົດໃນກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູດນິດ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່ ຈີນ ສີຈີ້ນຜີງ (ພາບ:Trí Dũng/TTXVN)

ປີ 2022, ທັງສອງປະເທດ ຫວຽດນາມ ແລະ ຈີນ ລ້ວນແຕ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນສະພາບການໂລກຕ້ອງຜ່ານຜ່າບັນດາການຜັນປ່ຽນມີລັກສະນະປະຫວັດສາດ, ເລິກເຊິ່ງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ພາຍຫຼັງໄລຍະ 35 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ. ສະຖຽນລະພາບດ້ານການເມືອງ -  ສັງຄົມໄດ້ຮັກສາໄວ້ຢ່າງໝັ້ນຄົງ. ການເຕີບໂຕເສດຖະກິດໄດ້ຮັກສາຢູ່ໃນລະດັບສູງພໍສົມຄວນ, ປີ 2022 ບັນລຸກ່ວາ 8%. ສາມາດຄວບຄຸມສະພາບການໂລກລະບາດໂຄວິດ  -19; ຊີວິດການເປັນຢູ່ທຸກດ້ານຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ; ທີ່ຕັ້ງບົດບາດໃນໂລກນັບມື້ນັບໄດ້ຮັບການຍົກສູງຂຶ້ນ… ຫວຽດນາມ ພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ດ້ວຍເປົ້າໝາຍກາຍເປັນປະເທດອຸດສາຫະກຳ - ທັນສະໄໝໃນປີ 2030.

ໃນສະພາບການດັ່ງກ່າວ, ທັງສອງປະເທດ ຫວຽດນາມ ແລະ ຈີນ ລ້ວນແຕ່ຖືການພົວພັນສອງຝ່າຍເປັນພິເສດ, ສະໜັບສະໜູນ ພ້ອມກັນພັດທະນາ.

ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ

ໄລຍະຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ພັດທະນາໃນທຸກຂົງເຂດຢ່າງເລິກເຊິ່ງ, ກ້ວາງຂວາງ, ຈາກຂົງເຂດການເມືອງ, ເສດຖະກິດ ຕະຫຼອດຮອດວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໃນສະພາບການໂລກລະບາດໄດ້ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງການຄ້າຂອງເກືອບທັງໝົດປະເທດໃນໂລກ, ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນບັນລຸໄດ້ການເຕີບໂຕຢ່າງແຮງ. ວົງເງິນການຄ້າສອງສົ້ນ ຫວຽດນາມ - ຈີນ ຮັກສາທ່າເຕີບໂຕດີ. ທ່ານເອກອັກຄະລັດຖະທູດ ຊຸງປົວ ຢັ້ງຢືນວ່າ:

“ເລື່ອງ ຈີນ ແລະ ຫວຽດນາມ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນມີຫຼາຍເງື່ອນໄຂສະດວກ. ພວກເຮົາແມ່ນປະເທດບ້ານໃກ້ເຮືອນຄຽງຮ່ວມພູຜາປ່າໄມ້ແມ່ນ້ຳລຳເຊ, ທາງຄົມມະນາຄົມໄດມາຫາສູ່ສະດວກທີ່ສຸດ. ໃນວິວັດການພັດທະນາ, ສອງປະເທດມີທ່າແຮງຫຼາຍຢ່າງອາດຈະເພີ່ມເຕີມໃຫ້ກັນໄດ້. ຍຸດທະສາດແຫ່ງການພັດທະນາຂອງສອງປະເທດມີຫຼາຍຈຸດຄ້າຍຄືກັນ. ປີ 2021, ຍອດວົງເງິນການຄ້າລະຫວ່າງຈີນ ແລະ ຫວຽດນາມ ບັນລຸຕົວເລກກ່ວາ 230 ຕື້ USD. ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຈາກໂລກລະບາດ ໃນປີ 2022 ຕົວເລກນີ້ຍັງສູງກ່ວາອີກ”.

  ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊຸງປົວ  

ຜັນຂະຫຍາຍຄວາມຮັບຮູ້ລວມເປັນການກະທຳຢ່າງເດັດຂາດ

ບົນພື້ນຖານບັນດາຜົນສຳເລັດທີ່ບັນລຸໄດ້ໃນປີ 2022, ປີ 2023 ນີ້, ຫວຽດນາມ ແລະ ຈີນ ເຫັນດີເປັນເອກະພາບຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ, ໃນນັ້ນໄດ້ເອົາໃຈໃສ່ເປັນພິເສດຕໍ່ການຮັກສາການພົບປະຂັ້ນສູງ. ສອງປະເທດສືບຕໍ່ຢຶດໝັ້ນການຮັບຮູ້ ແລະ ພັດທະນາການພົວພັນສອງຝ່າຍຂຶ້ນສູ່ລະດັບຍຸດທະສາດ ແລະ ວິໄສທັດໄລຍະຍາວ; ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາຍາວນານ, ປອດໄສ, ມີສະຖຽນລະພາບ. ເພື່ອປະຕິບັດໄດ້ສິ່ງດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊຸງປົວ, ຖືວ່າ:

“ສິ່ງສຳຄັນທີ່ສຸດຄືດັ່ງທ່ານ ເລຂາທິການໃຫຍ່ສອງປະເທດໄດ້ເນັ້ນໜັກ ນັ້ນແມ່ນ ຕ້ອງຢຶດໝັ້ນກຳນົດທິດການເມືອງຢ່າງຖືກຕ້ອງ. ນັ້ນແມ່ນສືບຕໍ່ສະໜັບສະໜູນກັນກ້າວຂຶ້ນເສັ້ນທາງສັງຄົມນິຍົມຢ່າງໝັ້ນຄົງ, ຢຶດໝັ້ນຕໍ່ການນຳພາຂອງສອງພັກ. ຍ້ອນນັ້ນແມ່ນເສັ້ນທາງທີ່ສອງພັກ, ປະຊາຊົນສອງປະເທດພວກເຮົາຊອກຫາໄດ້ພາຍຫຼັງໄລຍະທາງຕໍ່ສູ້ຍາດເອົາເອກະລາດ ແລະ ປົດປ່ອຍຊາດທ່າຍືດເຍື້ອຍາວນານ. ທີສອງ, ຕ້ອງຫັນສະຕິຄວາມຮັບຮູ້ດ້ານການເມືອງຂອງການນຳຂັ້ນສູງຂອງສອງພັກ ໃຫ້ກາຍເປັນຄວາມຮັບຮູ້ລວມຂອງທຸກກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຊົນທຸກຊັ້ນວັນນະໃນສັງຄົມ ”.

ກໍ່ຕາມທ່ານເອກອັກຄະລັດຖະທູດ ຊຸງປົວ ແລ້ວ, ຈີນ ແລະ ຫວຽດນາມ ລ້ວນແຕ່ແມ່ນບັນດາປະເທດມີຜົນສະທ້ອນສຳຄັນຢູ່ພາກພື້ນ ແລະ ໃນໂລກ. ປະຈຸບັນ, ຫວຽດນາມ ມີທີ່ຕັ້ງ ແລະ ຜົນສະທ້ອນຫຼາຍຢູ່ເວທີສາກົນ ແລະ ຈີນ ສະໜັບສະໜູນ ແລະ ລໍຄອຍ ຫວຽດນາມ ມີທີ່ຕັ້ງໃຫຍ່ ກ່ວາເກົ່າໃນພາກພື້ນ ແລະ ໃນທົ່ວໂລກ. ສອງປະເທດມີຜົນປະໂຫຍດລວມຫຼາຍຢ່າງ, ຄວນຮ່ວມມືຢ່າງປອງດອງ ໃນບັນດາບັນຫາພາກພື້ນ ແລະ ສາກົນ, ຮັບປະກັນສັນຕິພາບ, ສະຖຽນລະພາບໃນພາກພື້ນ, ເພີ່ມທະວີການພົວພັນລະຫວ່າງຈີນ ແລະ ສະຫະປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເຊິ່ງ ຫວຽດນາມ ເປັນສະມາຊິກ. ຈີນ ສະໜັບສະໜູນ ຫວຽດນາມ ຢ່າງແຮງ ແລະ ປາດຖະໜາຢາກໜູນຊ່ວຍ ຫວຽດນາມ ໃນວິວັດທະນາການສ້າງປະເທດ ຫວຽດນາມ ໃຫ້ທັນສະໄໝ, ເປັນເຈົ້າຕົນເອງ, ໝັ້ນຄົງເຂັ້ມແຂງ.


top