ຂ່າວສານ

ຫວຽດນາມ - ຈີນ ຊຸກຍູ້ການພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະພັດທະນາໃໝ່

ຕອນບ່າຍວັນທີ 4 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີແຫ່ງລັດຖະບານຈີນ ຫຼີຊຽງ.
  ພາບປະກອບ  

ທີ່ການໂອ້ລົມ, ນາຍົກລັດຖະມົນຕີ 2 ທ່ານ ໄດ້ເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນ, ສົມທົບກັນ ແລະ ມານະພະຍາຍາມຊຸກຍູ້ ການພົວພັນສອງຝ່າຍໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່; ເພີ່ມທະວີການພົບປະຂັນສູງ ແລະ ຂັນຕ່າງໆລະດັບສູງ ແລະຂັ້ນຕ່າງໆ, ຊຸກຍູ້ບັນດາຂົງເຂດຮ່ວມມື; ເພີ່ມທະວີການພົວພັນ ແລກປ່ຽນ ມິດຕະພາບລະຫວ່າງບັນດາທ້ອງຖິ່ນ ແລະ ອົງການຈັດຕັ້ງມະຫາຊົນ; ຮັກສາກົນໄກຮ່ວມມືມິດຕະພາບລະຫວ່າງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ 2 ປະເທດ.

 ທ່ານນາຍົກລັດຖະມົນຕີ ຫຼີຊຽງ ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະເປີດປະຕູຕະຫຼາດຮັບເອົາ ສິນຄ້າຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ; ປະສານສົມທົບກັນຊຸກຍູ້ການແກ້ໄຂບັນດາໂຄງການຮ່ວມມືສຳຄັນທີ່ຍັງຄົງຄ້າງ, ແກ່ຍາວ... ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ຍຸດທະສາດ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ຢືນຢັນຈະຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຂອງປະຊາຊົນ, ຟື້ນຟູການຮ່ວມມືດ້ານການທ່ອງທ່ຽວ.

 ກ່ຽວກັບບັນຫາທະເລ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ 2 ຝ່າຍຕ້ອງເສີມຂະຫຍາຍບັນດາກົນໄກເຈລະຈາກ່ຽວກັບການກຳນົດ ແລະ ການຮ່ວມມືຢູ່ທະເລ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີຕາມກົດໝາຍສາກົນ.

 


top