ຂ່າວສານ

ຫວຽດນາມ ຈັດສົ່ງນາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ຄະນະປະຕິບັດງານ ຊູດັງໃຕ້ ຕື່ມອີກ 2 ຄົນ

ຕອນບ່າຍວັນທີ 24 ຕຸລາ, ທີ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ (ຂຶ້ນກັບກະຊວງປ້ອງກັນປະເທດ) ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ແກ່ນາຍທະຫານ 2 ຄົນ ກະກຽມໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້.

ພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ແກ່ນາຍທະຫານ 2 ຄົນ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ຮ່ວາງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນຳຂອງການນຳກະຊວງປ້ອງກັນປະເທດ ຫວຽດນາມ, ການໜູນຊ່ວຍຂອງບັນດາກົມກອງຢູ່ພາຍໃນ ແລະ ນອກກອງທັບ, ກົມຮັກສາສັນຕິພາບ ຫວຽດນາມ ໄດ້ຕັ້ງໜ້າປະຕິບັດການກະກຽມໃຫ້ແກ່ພະນັກງານໄປປະຕິບັດໜ້າທີ່ຢ່າງສົມບູນ. ທ່ານ ຮ່ວາງກິມຟຸ້ງ ເນັ້ນໜັກວ່າ: ນາຍທະຫານ 2 ຄົນທີ່ໄດ້ຮັບໜ້າທີ່ໃນຄັ້ງນີ້ ໄດ້ປະກອບຄວາມຮູ້ຕາມມາດຖານຂອງສະຫະປະຊາຊາດຢ່າງຄົບຖ້ວນ, ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ໄດ້ມອບໝາຍໃຫ້ສຳເລັດ.

        ຕາງໜ້າການນຳກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ກຳມະການສູນກາງພັກ, ຜູ້ປະຈຳການຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດໄດ້ສະເໜີໃຫ້ບັນດານາຍທະຫານຈົ່ງສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ປະສົບການ, ປະກອບຄຳຄິດເຫັນໃຫ້ແກ່ກົມຮັກສາສັນຕິພາບ ຫວຽດນາມ ໃນວຽກງານເສນາທິການກ່ຽວກັບຂົງເຂດຮັກສາສັນຕິພາບສະຫະປະຊາຊາດ.

(ແຫຼ່ງຄັດຈາກ VOV)


top