ຂ່າວສານ

ຫວຽດນາມ ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງວັນສິ່ງແວດລ້ອມສາກົນ 05/06

ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ປຸກລະດົມລາຍການ “ຮ່ວມແຮງຮ່ວມໃຈກະທຳ - ເພື່ອໂລກທີ່ຂຽວງາມກວ່າ” ຕອບສະໜອງວັນປົກປັກຮັກສາສິ່ງແວດລ້ອມສາກົນ ແລະ ສັບປະດາ ທະເລໝູ່ເກາະ ຫວຽດນາມ ປີ 2022.
  ນະຄອນ ດ່າໜັງຈັດການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງວັນສິ່ງແວດລ້ອມສາກົນ (ພາບ: moitruong.gov.vn)  

 ວັນສິ່ງແວດລ້ອມສາກົນ 05 ມິຖຸນາ ປີນີ້ ແມ່ນຂີດໝາຍແກ່ການເປີດຕົວ “ກອງທຶນອະນຸລັກຮັກສາສັດສາວາສິ່ງ” ດ້ວຍຍອດທຶນທັງໝົດ 1,4 ລ້ານ USD ຢູ່ ຫວຽດນາມ. ກອງທຶນດັ່ງກ່າວໂດຍ ທິມງານອະນຸລັກຮັກສາຊີວະນາໆພັນ ຂຶ້ນກັບໂຄງການຄຸ້ມຄອງປ່າແບບຍືນຍົງ ແລະ ອະນຸລັກຮັກສາຊີວະນາໆພັນ (VFBC), ໂດຍອົງການພັດທະນາສາກົນ ອາເມລິກາ ອຸປະຖຳ ແລະ ສ້າງຕັ້ງຂຶ້ນ. ການປຸກລະດົມກອງທຶນດັ່ງກ່າວກົງກັບວັນທີ 05 ມິຖຸນາ ເພື່ອແນໃສ່ເນັ້ນໜັກເຖິງສານຂອງວັນປົກປັກຮັກສາສິ່ງແວດລ້ອມສາກົນ ປີ 2022 ທີ່ວ່າ “ອະນຸລັກຮັກສາຊີວະນາໆພັນ ແລະ ສັດປ່າໃນທົ່ວໂລກແມ່ນວຽກງານທີ່ຮີບດ່ວນ”. ຈຸດປະສົງຂອງການສ້າງຕັ້ງກອງທຶນດັ່ງກ່າວ ແມ່ນເພື່ອເພີ່ມທະວີປະສິດທິຜົນຂອງການອະນຸລັກຮັກສາຊີວະນາໆພັນ ຢູ່ ຫວຽດນາມ ຜ່ານການສົມທົບກັບອົງການຈັດຕັ້ງອະນຸລັກຮັກສາຢູ່ຂັ້ນທ້ອງຖິ່ນ.

ວັນທີ 04 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ປຸກລະດົມລາຍການ “ຮ່ວມແຮງຮ່ວມໃຈກະທຳ - ເພື່ອໂລກທີ່ຂຽວງາມກວ່າ” ຕອບສະໜອງວັນປົກປັກຮັກສາສິ່ງແວດລ້ອມສາກົນ ແລະ ສັບປະດາ ທະເລໝູ່ເກາະ ຫວຽດນາມ ປີ 2022. ໄປຄຽງຄູ່ກັນນັ້ນ, ນະຄອນ ດ່າໜັງ ກໍຜັນຂະຫຍາຍສັບປະດາທະເລ, ໝູ່ເກາະ ຫວຽດນາມ ແຕ່ວັນທີ 01 ມິຖຸນາ ຫາວັນທີ 30 ສິງຫາ. ເນື່ອງໃນໂອກາດນີ້, ແຂວງ ບິ່ງດິ້ງ ກໍໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອຕອບສະໜອງເຊັ່ນດຽວກັນ.


top