ຂ່າວສານ

ຫວຽດນາມ ຈັດກອງປະຊຸມຄົບຄະນະສະຫະພັນບັນດາສູນຮັກສາສັນຕິພາບ ອາຊີ - ປາຊີຟິກ ບັນລຸຜົນສຳເລັດ

ຜົນສຳເລັດຂອງເຫດການສະແດງໃຫ້ເຫັນລັກສະນະເປັນມືອາຊີບ, ສຸດຈິດສຸດໃຈ ແລະ ຄຳໝັ້ນສັນຍາຢ່າງສູງຂອງລັດຖະບານ, ກອງທັບ, ປະຊາຊົນ ຫວຽດນາມ ແລະ ການນຳກົມຮັກສາສັນຕິພາບ ຫວຽດນາມ.
  ຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)  

 ຕອນບ່່າຍວັນທີ 09 ມິຖຸນາ, ກົມຮັກສາສັນຕິພາບ ຫວຽດນາມ ໄດ້ສົມທົບກັບບັນດາຄູ່ຮ່ວມມືສາກົນ ແລະ ອົງການທີ່ກ່ຽວຂ້ອງຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ຈັດພິທີອັດກອງປະຊຸມຄົບຄະນະປະຈຳປີ ແລະ ກອງປະຊຸມສຳມະນາສະຫະພັນບັນດາສູນ ຮັກສາສັນຕິພາບ ອາຊີ - ປາຊີຟິກ ປີ 2022 ຢູ່ ຫວຽດນາມ (AAPTC).

ກອງປະຊຸມດຳເນີນໃນລະຫວ່າງວັນທີ 06 – 09 ມິຖຸນາ 2022. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ເປັນເຈົ້າພາບຈັດເຫດການ ກໍຄືຮັບໜ້າທີ່ເປັນປະທານສະຫະພັນບັນດາສູນຮັກສາສັນຕິພາບ ອາຊີ - ປາຊີຟິກ. ດ້ວຍຫົວຂໍ້ “ນຳໜ້າການປ່ຽນແປງໃໝ່: ການກະທຳຂອງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ສະໜັບສະໜູນຂໍ້ລິເລີ່ມການກະທຳເພື່ອສັນຕິພາບຂອງສະຫະປະຊາຊາດ (AP4) ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວສັນຕິພາບສະຫະປະຊາຊາດ”, ກອງປະຊຸມ ແລະ ກອງປະຊຸມສຳມະນາບັນລຸໄດ້ທຸກເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການຕາມແຜນການ.

ຕີລາຄາສູງວຽກງານຈັດຕັ້ງກອງປະຊຸມ, ທ່ານພົນຈັດຕະວາ Abu Saleh Mohammad Ridwanur Rahman, ປະທານຄະນະເລຂາສະຫະພັນບັນດາສູນຮັກສາສັນຕິພາບ ອາຊີ - ປາຊີຟິກ, ຖືວ່າ ຜົນສຳເລັດຂອງເຫດການສະແດງໃຫ້ເຫັນລັກສະນະເປັນມືອາຊີບ, ສຸດຈິດສຸດໃຈ ແລະ ຄຳໝັ້ນສັນຍາຢ່າງສູງຂອງລັດຖະບານ, ກອງທັບ, ປະຊາຊົນ ຫວຽດນາມ ແລະ ການນຳກົມຮັກສາສັນຕິພາບ ຫວຽດນາມ.

ພິທີອັດໄດ້ດຳເນີນພິທີມອບທຸງປະທານສະຫະພັນບັນດາສູນຮັກສາສັນຕິພາບ ອາຊີ - ປາຊີຟິກ ປີ 2022 ຂອງປະເທດເຈົ້າພາບ ຫວຽດນາມ ໃຫ້ແກ່ ອົດສະຕາລີ ປະທານໝູນວຽນປີ 2023.


top