ຂ່າວສານ

ຫວຽດນາມ ຈະເປີດສາຍການບິນສາກົນຄືນໃໝ່ ເລີ່ມແຕ່ ວັນທີ 15 ກຸມພາ 2022

ເລີ່ມແຕ່ ວັນທີ 15 ກຸມພາ ຫວຽດນາມ ຍົກເລີກຂໍ້ຈຳກັດຖ້ຽວບິນສາກົນ, ກັບຄືນສູ່ປົກກະຕິຄືໄລຍະກ່ອນເກີດໂລກລະບາດ ໂຄວິດ-19.

ພາບປະກອບ: VOV

ບັນດາຂໍ້ກຳນົດກ່ຽວກັບການເຂົ້າເມືອງ, ມາດຕະການປ້ອງກັນ ຕ້ານໂລກລະບາດຕໍ່ແຂກທີ່ເຂົ້າມາ ຫວຽດນາມ ຕ້ອງໄດ້ປະຕິບັດຕາມບັນດາຄຳແນະນຳຂອງ ກະຊວງຕຳຫຼວດ ຫວຽດນາມ, ກະຊວງການຕ່າງປະເທດ ຫວຽດນາມ, ກະຊວງສາທາລະນະສຸກ ຫວຽດນາມ

ມາຮອດປະຈຸບັນ, ນອກຈາກປະເທດຈີນ, ທຸກປະເທດທີ່ ຫວຽດນາມ ສະເໝີ ໃຫ້ຟື້ນຟູສາຍການບິນແມ່ນລ້ວນແຕ່ໄດ້ເຫັນດີໝົດ. ປະຈຸບັນ ບັນດາສາຍການບິນໄປຍັງເອີຣົບ, ອົດສະຕາຣີ, ເອເມຣິກາ… ຫວຽດນາມລ້ວມແຕ່ເປີດເຄື່ອນໄຫວການບິນ. ເຖີງຢ່າງໃດກໍ່ຕາມ, ບັນດາປະເທດ ຢີ່ປຸນ, ສ ເກົາຫຼີ ປະຈຸບັນຍັງຈຳກັດເປົ້າໝາຍເຂົ້າເມືອງ ໃນບັນດາຖ້ຽວບິນມາຈາກຫວຽດນາມ ເພື່ອປ້ອງກັນ ຕ້ານໂລກລະບາດ.

 (ແຫຼ່ງຄັດຈາກ VOV)


top