ຂ່າວສານ

ຫວຽດນາມ ຈະເປັນປະເທດເຈົ້າພາບຈັດຕັ້ງງານແຂ່ງຂັນກິລາ Ironman 70.3 ຊິງຊະນະເລີດ ອາຊີ - ປາຊິຟິກ

      ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ນະຄອນ ດ່ານັງ ໄດ້ໄຂງານແຂ່ງຂັນກິລາ Techcombank Ironman 70.3 ຊີງຊະນະເລີດ ອາຊີ - ປາຊິຟິກ - ຫວຽດນາມ 2019 ເຊິ່ງດຶງດູດນັກກິລາ ກ່ວາ 2.200 ຄົນທີ່ມາຈາກ 50 ປະເທດໃນໂລກເຂົ້າຮ່ວມ

ພາບປະກອບ (TTXVN) 
      ໃນຈຳນວນ ນັກກິລາ ກ່ວາ 2.200 ຄົນທີ່ເຂົ້າຮ່ວມໃນງານແຂ່ງຂັນປີນີ້ມີ ນັກກິລາ 40 ຄົນທີ່ເປັນມືອາຊີບ, ພິເສດໂດຍມີການເຂົ້າຮ່ວມຂອງ 2 ນັກກິລາຊະນະເລີດ  ໃນງານແຂ່ງຂັນກິລາ Ironman ໂລກ ແມ່ນ Patrick Lange ແລະ Craig Alexander. ຫວຽດນາມ ແມ່ນ 1 ໃນ 2 ປະເທດ ຢູ່ ອາຊີພ້ອມກັບ ຟີລິບປີນ ຮ່ວມເປັນປະເທດເຈົ້າພາບຈັດຕັ້ງງານແຂ່ງຂັນຄັ້ງນີ້.
 (ແຫຼ່ງຄັດຈາກ VOV)
 


top