ຂ່າວສານ

ຫວຽດນາມ ຈະສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ, ມີກາລະໂອກາດດ້ານການຄ້າສາກົນທີ່ສະດວກຫຼາຍຢ່າງໃນອະນາຄົດ

ການສົ່ງອອກໄປຍັງ ອີຢູ ຂຶ້ນເຖິງ 38 ຕື້ USD ສ່ວນ ອີຢູ ສົ່ງອອກມາຍັງ ຫວຽດນາມ ບັນລຸ 16 ຕື້ USD.
ເລື່ອງປະຕິບັດສັນຍາ EVFTA ໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ. (ພາບ: TTXVN)

ພາຍຫຼັງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (ອີຢູ) ມີຜົນສັກສິດຢ່າງເປັນທາງການມາໄດ້ 1 ປີ, ຍອດວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດດັ່ງກ່າວບັນລຸການເຕີບໂຕເປັນຢ່າງດີ, ໂດຍບໍ່ຫົວຊາຕໍ່ໂລກລະບາດ, ແຕ່ຍັງບໍ່ທັນທຽບເທົ່າກັບຄວາມສາມາດບົ່ມຊ້ອນ. ບັນດານັກຊ່ຽວຊານໄດ້ຊີ້ແຈ້ງສາຍເຫດ ແລະ ມາດຕະການແກ້ໄຂໃຫ້ແກ່ບັນຫານີ້ ທີ່ການໂອ້ລົມສົນທະນາ “ປະຕິບັດສັນຍາ EVFTA ເປັນເວລາໜຶ່ງປີ: ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການແກ້ໄຂ”, ໂດຍກະຊວງການຕ່າງປະເທດ ແລະ ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຮ່ວມກັນຈັດຕັ້ງ. ທ່ານ ເຈິ່ນກວກແຄງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

        “ເລື່ອງປະຕິບັດສັນຍາດັ່ງກ່າວໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ. ການແລກປ່ຽນການຄ້າ 2 ສົ້ນຄິດສະເລ່ຍແຕ່ລະປີບັນລຸການເຕີບໂຕຂຶ້ນເຖິງ 12%. ການສົ່ງອອກໄປຍັງ ອີຢູ ຂຶ້ນເຖິງ 38 ຕື້ USD ສ່ວນ ອີຢູ ສົ່ງອອກມາຍັງ ຫວຽດນາມ ບັນລຸ 16 ຕື້ USD. ຈຳນວນວົງເງິນການຄ້າຂໍໃບຢັ້ງຢືນຕົ້ນກຳເນີດສິນຄ້າ ເພື່ອໃຫ້ໄດ້ຮັບບຸລິມະສິດຈາກສັນຍານີ້ແມ່ນຂຶ້ນເຖິງ 8 ຕື້ USD, ເປັນການສະແດງໃຫ້ເຫັນວ່າ ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງ ໄດ້ຊົມໃຊ້ກາລະໂອກາດຈາກເລື່ອງຫຼຸດຜ່ອນພາສີນຳເຂົ້າຂອງ ອີຢູ ຕາມສັນຍາ”.

        ຄຽງຂ້າງເລື່ອງບັນລຸປະສິດທິຜົນໃນການເຄື່ອນໄຫວສົ່ງອອກ, ທ່ານ ດັ້ງຮ່ວາງຢາງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ, ໃນໄລຍະ 1 ປີຜ່ານມາ, ມີຫຼາຍໂຄງການປະຕິບັດສັນຍາ ຈາກລັດຖະບານ, ກະຊວງ, ຂະແໜງການ, ທ້ອງຖິ່ນ ລ້ວນແຕ່ຮັບຮູ້ຄວາມກ້າວໜ້າທີ່ໜ້າປະເອີບໃຈ.

(ແຫຼ່ງຄັດຈາກ VOV)


top