ຂ່າວສານ

ຫວຽດນາມ ຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມບັນດາລະບົບການຄ້າຂອງ WTO

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢືນຢືນການສະໜັບສະໜູນຂອງ ຫວຽດນາມ ສຳລັບລະບົບການຄ້າຫຼາຍຝ່າຍ, ກໍຄືຢືນຢັນຄວາມມານະພະຍາຍາມພ້ອມກັບບັນດາສະມາຊິກ ຮ່ວມແຮງຮ່ວມໃຈຮັບມືກັບບັນດາສິ່ງທ້າທາຍ.

ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢືນຢືນການສະໜັບສະໜູນຂອງ ຫວຽດນາມ ສຳລັບລະບົບການຄ້າຫຼາຍຝ່າຍ, ກໍຄືຢືນຢັນຄວາມມານະພະຍາຍາມພ້ອມກັບບັນດາສະມາຊິກ ຮ່ວມແຮງຮ່ວມໃຈຮັບມືກັບບັນດາສິ່ງທ້າທາຍ.

    

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ

(ພາບ: TTXVN)

ກອງປະຊຸມລັດຖະມົນຕີອົງການການຄ້າໂລກ (WTO) ຄັ້ງທີ 2 (MC 12) ດຳເນີນຢູ່ ເຊີແນວ, ປະເທດ ສະວິດ, ໃນລະຫວ່າງວັນທີ 12 – 15 ມິຖຸນາ, ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີການຄ້າ ແລະ ເຈົ້າໜ້າທີ່ຂັ້ນສູງທີ່ມາຈາກ 164 ປະເທດສະມາຊິກ WTO. ຄະນະປະຕິບັດງານ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ.

        ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຢືນຢືນການສະໜັບສະໜູນຂອງ ຫວຽດນາມ ສຳລັບລະບົບການຄ້າຫຼາຍຝ່າຍ, ກໍຄືຢືນຢັນຄວາມມານະພະຍາຍາມພ້ອມກັບບັນດາສະມາຊິກ ຮ່ວມແຮງຮ່ວມໃຈຮັບມືກັບບັນດາສິ່ງທ້າທາຍ ເຊິ່ງພື້ນຖານເສດຖະກິດທົ່ວໂລກພວມປະເຊີນໜ້າ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາສະມາຊິກ WTO ໃນການຮັກສາ ແລະ ປັບປຸງລະບົບຫຼາຍຝ່າຍ ດ້ວຍແກ່ນສານແມ່ນ WTO, ໃນການຊຸກຍູ້ ແລະ ສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ກໍຄືຮັບປະກັນແຫຼ່ງສະໜອງສິນຄ້າ ແລະ ວັດຖຸດິບສຳຄັນໃນພາກພື້ນ ແລະ ທົ່ວໂລກ.

        ໃນບົດກ່າວປາໄສທີ່ວາລະປຶກສາຫາລືດ້ານການຄ້າ ແລະ ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງດຳເນີນຢູ່ນອກກອງປະຊຸມ MC12, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ຍົກອອກທັດສະນະຂອງ ຫວຽດນາມ ນັ້ນແມ່ນ ເລື່ອງສ້າງຕັ້ງສຳພັນທະມິດບັນດາລັດຖະມົນຕີການຄ້າໃນຂົງເຂດດິນຟ້າອາກາດ ເຊິ່ງອາດຈະແມ່ນໜຶ່ງໃນບັນດາວິທີເພື່ອຫັນບັນດາເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)


top