ຂ່າວສານ

ຫວຽດນາມ ຈະທົດລອງໄລຍະ 1 ວັກຊິນໂຄວິດ - 19 ນັບແຕ່ວັນທີ 10 ທັນວາເປັນຕົ້ນໄປ

      ວັກຊິນໄດ້ທົດລອງໃນຄັ້ງນີ້ ໂດຍບໍລິສັດ Nanogen ຜະລິດ, ປະຈຸບັນໄດ້ສຳເລັດບັນດາການຕີລາຄາ, ທົດລອງໃສ່ສັດ ແລະ ບັນລຸໄດ້ມາດຖານ ເພື່ອທົດລອງໃສ່ຄົນ.

(ພາບປະກອບ)
      ຫວຽດນາມ ຈະທົດລອງໄລຍະ 1 ວັກຊິນໂຄວິດ-19 ນັບແຕ່ວັນທີ 10 ທັນວາ ເປັນຕົ້ນໄປ. ນີ້ແມ່ນຂໍ້ມູນຂ່າວໄດ້ຍົກອອກມາທີ່ກອງປະຊຸມຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ກັບບັນດາຫົວໜ່ວຍ, ບໍລິສັດຜະລິດວັກຊິນໂຄວິດ-19 ຢູ່ ຫວຽດນາມ, ດຳເນີນໃນວັນທີ 05 ທັນວາ ຢູ່ຮ່າໂນ້ຍ.
          ວັກຊິນໄດ້ທົດລອງໃນຄັ້ງນີ້ ໂດຍບໍລິສັດ Nanogen ຜະລິດ, ປະຈຸບັນໄດ້ສຳເລັດບັນດາການຕີລາຄາ, ທົດລອງໃສ່ສັດ ແລະ ບັນລຸໄດ້ມາດຖານ ເພື່ອທົດລອງໃສ່ຄົນ. ຄາດວ່າ ຈະມີຜູ້ສະໝັກໃຈທີ່ມີສຸຂະພາບແຂງແຮງ 20 ຄົນໄດ້ສັກຢາ ດ້ວຍວັກຊິນດັ່ງກ່າວ ນັບແຕ່ວັນທີ 10 ທັນວາ ຈະມາເຖິງ. ວິທະຍາຄານເສນາຮັກຈະຈັດຕັ້ງການສັກຢາທົດລອງໃນຄັ້ງນີ້.
 (ແຫຼ່ງຄັດຈາກ VOV)


top