ຂ່າວສານ

ຫວຽດນາມ ຄ້ວາໄດ້ຫຼຽນ 5 ຫຼຽນ ແລະ ຖືກຈັດອັນດັບທີ 5 ທີ່ການສອງເສັງ Olympic ຟິຊິດສາດສາກົນ 2022

ລະອຽດຄື, ທິມຊາດ ຫວຽດນາມ ຍາດໄດ້ຫຼຽນຄຳ 3 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ, ຖືກຈັດອັບດັບທີ 5 ທົ່ວຄະນະ (ຖັດຈາກ ຈີນ, ໂຣມາເນຍ, ສ. ເກົາຫຼີ ແລະ ອາເມລິກາ), ໃນຈຳນວນທັງໝົດ 77 ຄະນະເຂົ້າຮ່ວມ
  ນັກຮຽນ ແລະ ຄູສອນຂອງທິມຊາດ ຫວຽດນາມ ເຂົ້າຮ່ວມ IPhO 2022 (ພາບ: moet.gov.vn)  

ຕາມຂ່າວຈາກກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລ້ວ, ນັກສຶກສາຂອງທິມຊາດ ຫວຽດນາມ 5 ຄົນ ທີ່ເຂົ້າຮ່ວມການສອບເສັງ Olympic ຟິຊິດສາດສາກົນ 2022 (IPhO 2022) ໂດຍປະເທດສະວິດ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 10 – 17 ກໍລະກົດ 2022 ຕາມແບບທາງໄກ, ລ້ວນແຕ່ຄ້ວາໄດ້ຫຼຽນ. ລະອຽດຄື, ທິມຊາດ ຫວຽດນາມ ຍາດໄດ້ຫຼຽນຄຳ 3 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ, ຖືກຈັດອັບດັບທີ 5 ທົ່ວຄະນະ (ຖັດຈາກ ຈີນ, ໂຣມາເນຍ, ສ. ເກົາຫຼີ ແລະ ອາເມລິກາ), ໃນຈຳນວນທັງໝົດ 77 ຄະນະເຂົ້າຮ່ວມ. ເປັນໜ້າສົນໃຈແມ່ນ, ນີ້ແມ່ນປີທຳອິດຄະນະ ຫວຽດນາມ ມີນັກຮຽນປໍ 6 ເຂົ້າຮ່ວມການສອບເສັງ Olympic ຟິຊິດສາດສາກົນ  ແລະ ຄ້ວາໄດ້ຫຼຽນຄຳ.

ໝາກຜົນທີ່ດີເດັ່ນຂອງທິມຊາດ ຫວຽດນາມ ທີ່ການສອບເສັງ Olympic ຟິຊິດສາດສາກົນ ປີິ 2022 ໄດ້ຢັ້ງຢືນຄວາມມານະພະຍາຍາມ, ຄວາມພະຍາຍາມຂອງນັກຮຽນ, ຄູສອນ ແລະ ບັນດາໂຮງຮຽນໃນສະພາບໂລກລະບາດໂຄວິດ 19 ຜັນແປທີ່ສັບສົນ. ພ້ອມທັງ, ນັກຮຽນເກັ່ງ ຟິຊິດສາດ ຫວຽດນາມ ສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດໃນພາກພື້ນກໍ່ຄືຢູ່ໃນໂລກ.

top