ພາບຍິງບັ້ງໄຟດອກສວຍງາມໃນຊ່ວງເວລາປ່ຽນຖ່າຍປີເກົ່າ ຕ້ອນຮັບປີໃໝ່ 2026 ຢູ່ບໍລິເວນໜອງ ຮວ່ານກ໋ຽມ, ນະຄອນຫຼວງ ຮ່າໂນ້ຍ. ພາບ: ເລດົງ/VNA
ປະຊາຊົນຈຳນວນຫຼວງຫຼາຍເຕົ້າໂຮມກັນຢູ່ອ້ອມແອ້ມໜອງ ຮວ່ານກ໋ຽມເພື່ອຊົມພາບຍິງບັ້ງໄຟດອກ ຕ້ອນຮັບປີໃໝ່ 2026. ພາບ: ແຄ໋ງຮ່ວາ/VNA
ບັນຍາກາດປະຊາຊົນແຂວງ ຖ໋າຍງວຽນ ຕ້ອນຮັບປີໃໝ່ 2026. ພາບ: ເຈິ່ນຈາງ/VNA
ການສະແດງສິລະປະວັນນະຄະດີຕ້ອນຮັບປີໃໝ່ 2026 ຢູ່ຕາແສງຊາຍແດນ ແທງຖຸຍ (ແຂວງ ຕວຽນກວາງ). ພາບ: ດຶກຖໍ້/VNA
ປະຊາຊົນແຂວງ ກວາງນິງ ອອກມາຕາມທ້ອງຖະໜົນ ເພື່ອສະຫຼອງປີໃໝ່ 2026. ພາບ: ແທັງເວິນ/VNA
ດ່າໜັງ ຕ້ອນຮັບປີໃໝ່ 2026 ດ້ວຍລາຍການແລ່ນ ມາລາທອນຕອນກາງຄືນ “ເຍືອງແສງ ແມ່ນ້ຳ ຮ່ານ - ແລ່ນໄປສູ່ອະນາຄົດ". ພາບ: ເຈິ່ນເລເລິມ/VNA
ການສະແດງສິລະປະທີ່ເປັນເອກະລັກ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຜົ່າຕ່າງໆ ຕ້ອນຮັບປີໃໝ່ 2026 ຢູ່ ແຂວງ ເລີມດົ່ງ. ພາບ: ຮຶງທິ້ງ/VNA
ລາຍການ Countdown ປີ 2026 ດຶງດູດປະຊາຊົນຊາວເມືອງ ເຫວ້ ເຂົ້າມາຊົມ ແລະ ຮ່ວມກັນນັບຖອຍຫຼັງ ໃນຊ່ວງເວລາ ຜັດປ່ຽນເຂົ້າສູ່ປີໃໝ່. ພາບ: ວັນຢຸ້ງ/VNA
ປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍພັນຄົນຕິດຕາມຊົມ ລາຍການສະແດງສິລະປະຕ້ອນຮັບປີໃໝ່ 2026 ຢູ່ສະໜາມຫຼວງວັນທີ 2 ເດືອນ 4 (ແຂວງ ແຄ໋ງຮ່ວາ). ພາບ: ຫງວຽນແທ່ງ/VNA
ຜູ້ຊົມຫຼາຍພັນຄົນນັ່ງເຕັມບ່ອນນັ່ງຢູ່ສະໜາມຫຼວງ ເລີມວຽນ - ດ່າລາດ (ແຂວງ ເລີມດົ່ງ) ເພື່ອຊົມລາຍການສິລະປະພິເສດ “ສະບາຍດີປີໃໝ່ 2026”. ພາບ: ຫງວຽນຢຸ້ງ/VNA
ການສະແດງຟ້ອນ ແລະ ຮ້ອງເພງ “ຄົນເກິ່ນເທີ” ຕ້ອນຮັບປີໃໝ່ 2026. ພາບ: ຫງວຽນຮັ່ງ/VNA
ລາຍການສິລະປະ “ໄຕນິງ ຕ້ອນຮັບປີໃໝ່ 2026” ພາຍໃຕ້ຫົວຂໍ້ “ລະດູໃບໄມ້ປົ່ງແຫ່ງຄວາມມຸ່ງມາດປາດຖະໜາ” ຖືກຈັດຂຶ້ນ ຢ່າງສະຫງ່າຜ່າເຜີຍຢູ່ສະໜາມຫຼວງ ໂຕກວ່ຽນ (ແຂວງ ໄຕນິງ). ພາບ: ມິງຝູ/VNA
ປະຊາຊົນເຕົ້າໂຮມກັນຢ່າງໜາແໜ້ນຢູ່ຕໍ່ໜ້າ ຄະນະກຳມະການ ປະຊາຊົນນະຄອນ ໂຮ່ຈີມິນ ເພື່ອຕ້ອນຮັບປີໃໝ່ 2026. ພາບ: ທູເຮືອງ/VNA
ປະຊາຊົນຈຳນວນຫຼວງຫຼາຍເຕົ້າໂຮມກັນຢູ່ບໍລິເວນທ່າເຮືອ ແບັກດັ່ງ ເພື່ອຊົມການສະແດງຍິງບັ້ງໄຟດອກສະຫຼອງປີໃໝ່ 2026. ພາບ: ທູເຮືອງ/VNA
ບັນທຶກພາບຄວາມຊົງຈຳໃນຊ່ວງເວລາຜັດປ່ຽນລະຫວ່າງປີ 2025 ຫາ ປີໃໝ່ 2026. ພາບ: ຮວ່າງຮ໋ຽວ/VNA
ນັກທ່ອງທ່ຽວຕ່າງປະເທດຕ້ອນຮັບປີໃໝ່ຢູ່ ຮ່າໂນ້ຍ. ພາບ: ຮວ່າງຮ໋ຽວ/VNA
ນັກທ່ອງທ່ຽວຕ່າງປະເທດຕ້ອນຮັບປີໃໝ່ຢູ່ ຮ່າໂນ້ຍ. ພາບ: ຮວ່າງຮ໋ຽວ/VNA
ຢູ່ບັນດາຕົວເມືອງໃຫຍ່ ເຊັ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່າໜັງ, ບັນດາສາຍທາງສູນກາງແມ່ນເຕັມໄປດ້ວຍແສງສີທີ່ສວຍງາມ, ທຸງຊາດ, ດອກໄມ້ ແລະ ສະຖານທີ່ສາທາລະນະຕ່າງໆ ກໍໄດ້ ຮັບການຕົບແຕ່ງຢ່າງທັນສະໄໝ ແຕ່ຍັງຄົງຮັກສາໄດ້ ຄວາມກົມກຽວ ກັບສີສັນວັດທະນະທຳ. ໃນທ່າມກາງກະແສຄົນ ທີ່ພາກັນໄປສະຫຼອງປີໃໝ່ຢ່າງຄຶກຄື້ນ, ສາມາດຮູ້ສຶກໄດ້ເຖິງ ປະເທດ ຫວຽດນາມທີ່ມີຄວາມຂະຫຍັນຂັນເຄື່ອນ, ເປີດກວ້າງ ແລະ ນັບມື້ນັບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ.
ບໍ່ວ່າຈະຢູ່ເຂດແຄວ້ນໃດກໍຕາມ, ບັນຍາກາດການຕ້ອນຮັບປີໃໝ່ 2026 ຢູ່ ຫວຽດນາມ ລ້ວນແຕ່ສະທ້ອນໃຫ້ເຫັນ ຈຸດລວມ ອັນດຽວກັນ ນັ້ນຄື: ຄວາມຜູກພັນວົງຄະນາຍາດ ແລະ ຄວາມເຊື່ອໝັ້ນຕໍ່ອະນາຄົດ. ໃນກະແສແຫ່ງການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມກ້າວຍ່າງເຂົ້າສູ່ປີໃໝ່ ດ້ວຍທ່າທີທີ່ໜັກແໜ້ນ, ທັງທະນຸຖະໜອມຄຸນຄ່າຮີດຄອງປະເພນີ, ທັງເປັນເຈົ້າການເປີດປະຕູຮັບເອົາໂອກາດໃໝ່ໆ. ນັ້ນຄືພາບພົດຂອງປະເທດຊາດທີ່ພວມມີການປ່ຽນແປງໃໝ່, ມີຄວາມເປັນມິດ, ຮັ່ງມີໄປດ້ວຍສີສັນເອກະລັກ ແລະ ເຕັມໄປດ້ວຍຄວາມຫວັງໃນສາຍຕາຂອງເພື່ອນມິດສາກົນ.
ບົດໂດຍ: ລອງຫງວຽນ (ສັງລວມ) - ແປໂດຍ: ບິກລຽນ