ຂ່າວສານ

ຫວຽດນາມ ຄາດຄະເນຈະສົ່ງອອກຜະລິດຕະພັນກະເສດຫຼາຍກ່ວາ 26 ຕື້ໂດລາສະຫະລັດ ໃນປີ 2030

ຍຸດທະສາດການພັດທະນາໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ຮັກສາເນື້ອທີ່ດິນ 3,56 ລ້ານເຮັກຕາເພື່ອປູກເຂົ້າເປັນປົກກະຕິ
(ພາບປະກອບ)
ອີງຕາມຍຸດທະສາດການພັດທະນາການປູກຝັງ ຮອດປີ 2030, ວິໄສທັດຮອດປີ 2050 ທີ່ຫາກໍ່ໄດ້ຮັບການເຊັນອະນຸມັດຜ່ານຈາກ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລືວກວາງ,  ຫວຽດນາມ ວາງຄາດໝາຍຈະສົ່ງອອກຜະລິດຕະພັນຈາກໝາກໄມ້, ເຂົ້າສານ, ໝາກມ່ວງຫິມະພານ, ຜະລິດຕະພັນໄມ້… ບັນລຸກ່ວາ 26 ຕື້ໂດລາສະຫະລັດ ໃນປີ 2030. ລະດັບຄວາມໄວໃນການເພີ່ມມູນຄ່າການຜະລິດດ້ານການປູກຝັງເປັນສິນຄ້າສະເລ່ຍ 2,2-2,5% ຕໍ່ປີ; ອຸດສາຫະກຳການປຸງແຕ່ງສະເລ່ຍ 8-10% ຕໍ່ປີ. ຮອດປີ 2050, ການປູກຝັງກາຍເປັນຂະແໜງເສດຖະກິດເຕັກນິກທັນສະໄໝ, ຂື້ນກັບສິນຄ້າໝວດແຖວໜ້າຂອງພາກພື້ນ ແລະ ສາກົນ. ຫວຽດນາມ ກາຍເປັນໃຈກາງແຫ່ງການປຸງແຕ່ງແບບລົງເລິກຂອງຂະແໜງກະສິກຳທົ່ວໂລກ. ຍຸດທະສາດການພັດທະນາໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ຮັກສາເນື້ອທີ່ດິນ 3,56 ລ້ານເຮັກຕາເພື່ອປູກເຂົ້າເປັນປົກກະຕິ, ໃນນັ້ນດິນສະເພາະປູກເຂົ້ານາທາມແມ່ນ 3 ລ້ານເຮັກຕາ, ປະລິມານການຜະລິດກ່ວາ 35 ລ້ານໂຕນ. ສິ່ງນີ້ໄດ້ຊ່ວຍຄ້ຳປະກັນດ້ານສະບຽງອາຫານ, ຕອບສະໜອງການບໍລິໂພກ, ປຸງແຕ່ງ, ເກັບແຮໄວ້ ແລະ ສົ່ງອອກ.

top