ຂ່າວສານ

ຫວຽດນາມ ຄັດຄ້ານເລື່ອງ ໄຕ້ຫວັນຊ້ອມຮົບຍິງລູກປືນແທ້ຢູ່ ບາບິ່ງ

ດັ່ງທີ່ໄດ້ຢັ້ງຢືນມາເປັນຫຼາຍເທື່ອແລ້ວວ່າ, ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມ ບາບິ່ງ...

ດັ່ງທີ່ໄດ້ຢັ້ງຢືນມາເປັນຫຼາຍເທື່ອແລ້ວວ່າ, ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມ ບາບິ່ງ...

  ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ  

ວັນທີ 02 ທັນວາ 2022, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ໄຕ້ຫວັນ ຖະແຫຼງວ່າໄດ້ດຳເນີນການຊ້ອມຮົບຍິງລູກປືນແທ້ຢູ່ ບາບິ່ງ, ຂຶ້ນກັບໝູ່ເກາະເຈື່ອງຊາຂອງ ຫວຽດນາມ ໃນວັນທີ 29 ພະຈິກ ປີ 2022, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ດັ່ງທີ່ໄດ້ຢັ້ງຢືນມາເປັນຫຼາຍເທື່ອແລ້ວວ່າ, ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມ ບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາຂອງ ຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຜືນແຜ່ນດິນຂອງ ຫວຽດນາມ ສຳລັບໝູ່ເກາະນີ້ຢ່າງຮ້າຍແຮງ; ອັນໄດ້ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ; ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ໄຕ້ຫວັນ ຈົ່ງຢຸດຕິການກະທຳຜິດກົດໝາຍດັ່ງກ່າວ ແລະ ບໍ່ລະເມີດຄືນໃໝ່ອີກຕໍ່ໄປ.


top