ຂ່າວສານ

ຫວຽດນາມ ຄັດຄ້ານ ຈີນ ຕິດຕັ້ງດອກໄຟແຈ້ງສັນຍານຢູ່ເຈື່ອງຊາ

ຫວຽດນາມ ມີພື້ນຖານດ້ານນິຕິກຳ ແລະ ພະຍານຫຼັກຖານດ້ານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ ກໍ່ຄືໝູ່ເກາະ ຮ່ວາງຊາ
ທ່ານນາງ ຟ້າມທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງສູນຮັບປະກັນຄວາມປອດໄພການເດີນເຮືອ, ກະຊວງຄົມມະນາຄົມຂົນສົ່ງ ຈີນ ໄດ້ດຳເນີນການຕິດຕັ້ງດອກໄຟແຈ້ງສັນຍານຢູ່ບາງບ່ອນຂຶ້ນກັບໝູ່ເກາະເຈື່ອງຊາຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ມີພື້ນຖານດ້ານນິຕິກຳ ແລະ ພະຍານຫຼັກຖານດ້ານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ ກໍ່ຄືໝູ່ເກາະ ຮ່ວາງຊາ ທີ່ສອດຄ່ອງກັບກົດໝາຍສາກົນ. ເລື່ອງຕິດຕັ້ງດອກໄຟແຈ້ງສັນຍານຢູ່ໝູ່ເກາະ ເຈື່ອງຊາ ເຊິ່ງບໍ່ມີຄວາມເຫັນດີເຫັນພ້ອມຂອງ ຫວຽດນາມ ແມ່ນລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະນີ້, ດັ່ງນັ້ນບໍ່ມີຜົນສັກສິດທາງດ້ານນິຕິກຳ.

ທ່ານນາງ ຟ້າມທູຮັ່ງ ໄດ້ຊີ້ແຈ້ງວ່າ: ຫວຽດນາມ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງບໍ່ໃຫ້ມີການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເຄົາລົບອະທິປະໄຕຂອງ ຫວຽດນາມ, ເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.


top