ຂ່າວສານ

ຫວຽດນາມ ຄວນສ້າງບັ້ນຂົນຂວາຍໃຫຍ່ກ່ຽວກັບການກໍ່ສ້າງ ແລະ ປະຕິບັດລະບົບຄຸນຄ່າຂອງ ຫວຽດນາມ

ກອງປະຊຸມໄດ້ເຫັນດີຄວນຫັນບັນດາຄຸນຄ່າດັ່ງກ່າວໃນການດຳລົງຊີວິດຕົວຈິງ ຜ່ານການນຳພາຂອງພັກ, ການຄຸ້ມຄອງຂອງລັດໃຫ້ປະກົດຜົນເປັນຈິງ, ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງການເມືອງ - ສັງຄົມ, ຂອງປະຊາຊົນທຸກຖ້ວນໜ້າ.

ກອງປະຊຸມໄດ້ເຫັນດີຄວນຫັນບັນດາຄຸນຄ່າດັ່ງກ່າວໃນການດຳລົງຊີວິດຕົວຈິງ ຜ່ານການນຳພາຂອງພັກ, ການຄຸ້ມຄອງຂອງລັດໃຫ້ປະກົດຜົນເປັນຈິງ, ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງການເມືອງ - ສັງຄົມ, ຂອງປະຊາຊົນທຸກຖ້ວນໜ້າ.

  ທີ່ກອງປະຊຸມສຳມະນາ  

ຕອນບ່າຍວັນທີ 29 ພະຈິກ, ກອງປະຊຸມສຳມະນາລະດັບຊາດ “ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຕະຖານຂອງຊາວ ຫວຽດນາມ ໃນໄລຍະໃໝ່” ໄດ້ອັດລົງພາຍຫຼັງເຮັດວຽກເປັນເວລາ 1 ວັນ. ກອງປະຊຸມໄດ້ເຫັນດີຄວນຫັນບັນດາຄຸນຄ່າດັ່ງກ່າວໃນການດຳລົງຊີວິດຕົວຈິງ ຜ່ານການນຳພາຂອງພັກ, ການຄຸ້ມຄອງຂອງລັດໃຫ້ປະກົດຜົນເປັນຈິງ, ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງການເມືອງ - ສັງຄົມ, ຂອງປະຊາຊົນທຸກຖ້ວນໜ້າ. ພ້ອມທັງ, ສ້າງບັ້ນຂົນຂວາຍຂະໜາດໃຫຍ່ກ່ຽວກັບການກໍ່ສ້າງ ແລະ ປະຕິບັດບັນດາລະບົບຄຸນຄ່າຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ຂະບວນການທົ່ວປວງຊົນສາມັກຄີກັນສ້າງຊີວິດວັດທະນະທຳ.

ທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ສະເໜີໃຫ້ບັນດາອົງການ, ຫົວໜ່ວຍທີ່ມີໜ້າທີ່ໃນລະບົບການເມືອງ ສົມທົບກັນເພື່ອສ້າງກົນໄກ, ນະໂຍບາຍ, ຈັດແບ່ງແຫຼ່ງກຳລັງໃຫ້ເໝາະສົມ, ຈຳເປັນ ເພື່ອສ້າງບາດກ້າວບຸກທະລຸໃນການຜັນຂະຫຍາຍ, ປະຕິບັດບັນດາລະບົບຄຸນຄ່າໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາປະເທດຊາດໃຫ້ມີສັນຕິພາບ, ເອກະພາບ, ເອກະລາດ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ມີຄວາມຜາສຸກ.


top