ຂ່າວສານ

ຫວຽດນາມ ກ້າວເຂົ້າສູ່ການຜະລິດ ຊຸດtest ກວດຫາເຊື້ອໃຫ້ຜົນໄວ

      ຫວຽດນາມ ຈະສືບຕໍ່ເປີດກວ້າງການຄົ້ນຄ້ວາ ຜະລິດບັນດາຢຸກຢາຊີວະສາດ ແລະ ເຕັກນິກການວິໄຈໃຫມ່ໃນໂລກ, ໃນນັ້ນ ມີ ຊຸດ test ກວດຫາເຊື້ອໃຫ້ຜົນໄວ ເພື່ອຕອບສະຫນອງຫນ້າທີ່ປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ໃນໄລຍະໃຫມ່.  

ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢັ້ງຢືນວ່າ
ຍຸດທະສາດວິໄຈມີບົດບາດສຳຄັນໃນການຕ້ານໂລກລະບາດ
Covid – 19 
      ນັ້ນແມ່ນບັນຫາໄດ້ຍົກອອກມາປຶກສາຫາລືທີ່ກອງປະຊຸມລະຫວ່າງຜູ້ປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ກັບບາງຫົວຫນ່ວຍ,ວິສາຫະກິດ ຊື່ງໄດ້ດຳເນີນໃນຕອນເຊົ້າວັນທີ 3 ກັນຍາ ຢູ່ສຳນັກງານລັດຖະບານ.
ກ່າວຄຳເຫັນສະຫລຸບກອງປະຊຸມ,ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ຍຸດທະສາດວິໄຈໃນໄລຍະຜ່ານມາຂອງຫວຽດນາມ ແມ່ນໄປຖືກທິດ ແລະ ປະຢັດ ແຕ່ເພື່ອເປັນເຈົ້າການໃນການຮັບມືກັບໂລກພະຍາດ ຕ້ອງປ່ຽນແປງໃຫມ່ຍຸດທະສາດການວິໄຈ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ກະຊວງສາທາລະນະສຸກ ຫນູນຊ່ວຍບັນດາຫົວຫນ່ວຍ ວິສາຫະກິດພາຍໃນປະເທດ ຕ້ອງຜະລິດ ຊຸດ test ກວດຫາເຊື້ອໃຫ້ຜົນໄວ ພ້ອມທັງສ້າງຍຸດທະສາດໃຫມ່ກ່ຽວກັບການວິໄຈເພື່ອຍື່ນສະເຫນີຕໍ່ຄະນະຊີ້ນຳແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)


top