ຂ່າວສານ

ຫວຽດນາມ ກ່າວປະນາມບັນດາການກະທຳລະເມີດຂໍ້ຕົກລົງສັນຕິພາບຢູ່ ສ.ອາຟຣີກາກາງ

      ວັນທີ 22 ທັນວາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມປິດລັບ ເພື່ອແລກປ່ຽນກ່ຽວກັບການຂາດສະຖຽນລະພາບຄວາມໝັ້ນຄົງຢູ່ ສ.ອາຟຣີກາກາງ ໃນສະພາບການເລືອກຕັ້ງປະທານາທິບໍດີ ຊື່ງຄາດວ່າຈະໄດ້ດຳເນີນໃນທ້າຍອາທິດນີ້. 

ນະຄອນຫລວງ Bangui ຂອງ ສ.ອາຟຣີກາກາງ. ພາບ: Reuters
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອງ, ອຸປະທູດຊົ່ວຄາວຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບຄວາມໝັ້ນຄົງຢູ່ ສ.ອາຟຣີກາກາງ ກ່ອນທີ່ດຳເນີນການເລືອກຕັ້ງ, ໃນນັ້ນ ກ່າວປະນາມບັນດາການກະທຳລະເມີດຂໍ້ຕົກລົງສັນຕິພາບ. ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອງ ເນັ້ນໜັກວ່າ ຄວນຢຸດຕິບັນດາການກະທຳປໍລະປັກໃນທັນທີ ແລະ ເພີ່ມທະວີການພົບປະເຈລະຈາ ເພື່ອຮັບປະກັນການເລືອກຕັ້ງໃຫ້ດຳເນີນໄປໃນສັນຕິພາບ.
        ກ່ອນໜ້ານັ້ນ, ວັນທີ 21 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມອອນລາຍກ່ຽວກັບສະພາບຕາເວັນອອກກາງ ລວມມີບັນຫາ ປາແລດສະຕິນ ຂອງສະພາຄວາມໝັ້ນຄົງ, ສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອງ ຢືນຢັນວ່າ ເລື່ອງເປີດກ້ວາງບັນດາເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນຖືກຢຶດຄອງ, ລວມມີ Jerusalem ຕາເວັນອອກ ບໍ່ມີຄຸນຄ່າທາງດ້ານນິຕິກຳ ແລະ ລະເມີດກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)

top