ຂ່າວສານ

ຫວຽດນາມ ກຽມພ້ອມແຜນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃນຍາມລະດູໜາວຕໍ່ລະດູບານໃໝ່

      ໃນເຫດການທີ່ກ່ຽວຂ້ອງ, ວັນທີ 13 ຕຸລາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນທາງອອນລາຍຜັນຂະຫຍາຍວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ກັບບັນດາທ້ອງຖິ່ນໃນທົ່ວປະເທດ.

ທ່ານ ຫງວຽນແທັ່ງລອງ ຮັກສາການລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: suckhoedoisong.vn) 
      ທີ່ກອງປະຊຸມ, ທ່ານ ຫງວຽນແທັ່ງລອງ ຮັກສາການລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຊີ້ແຈ້ງວ່າ ມີຫຼາຍການຄາດຄະເນວ່າ ໂລກລະບາດຈະແກ່ຍາວເຖິງທ້າຍປີ 2021, ສິ່ງດັ່ງກ່າວໝາຍຄວາມວ່າ ຫວຽດນາມ ຍາມໃດກໍຕ້ອງຢູ່ໃນທ່າກຽມພ້ອມເພື່ອປະເຊີນໜ້າຕໍ່ສູ້ກັບໂລກລະບາດ. ດັ່ງນັ້ນ, ຂະແໜງສາສາທາລະນະສຸກ ຍາມໃດກໍກຽມຈິດກຽມໃຈຕ້ານໂລກລະບາດ, ບໍ່ຄວນລະເຫຼີງ ແລະ ປະໝາດຢ່າງເດັດຂາດ ເພາະວ່າຄວາມສ່ຽງທີ່ໂລກລະບາດຈະແຜ່ລະບາດເຂົ້າຫວຽດນາມ ແມ່ນສູງທີ່ສຸດ. ຕາມການຄາດຄະເນແລ້ວ, ລະດູໜາວປີນີ້ຈະແມ່ນລະດູຕ້ານໂລກລະບາດໂຄວິດ - 19 ຢ່າງດຸເດືອດ. ຫຼາຍປະເທດໄດ້ກວດພົບກໍລະນີຕິດເຊື້ອຄືນໃໝ່ ແລະ ແຜ່ລະບາດອອກສູ່ຊຸມຊົນ. ດັ່ງນັ້ນ, ບັນດາທ້ອງຖິ່ນຕ້ອງກວດກາຄືນທຸກແຜນການປ້ອງກັນ, ສະກັດກັ້ນໂລກລະບາດ. ກ່ຽວກັບຫຼັກການໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ຫວຽດນາມ ຍັງຮັກສາ 5 ຫຼັກການ ນັ້ນແມ່ນ ສະກັດກັ້ນ; ກວດພົບ; ແຍກຕົວ; ຈຳກັດບໍລິເວນ ດັບມອບ ແລະ ປິ່ນປົວຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)


top