ຂ່າວສານ

ຫວຽດນາມ ກຽມພ້ອມຊ່ວຍເຫຼືອ ລາວ ແກ້ໄຂຜົນຢ້ອນຫຼັງ ຂອງ ອຸບັດເຫດຈາກເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກ


ການເຄື່ອນໄຫວຍົກຍ້ານປະຊາຊົນອອກຈາກເຂດຖືກນຳ້ຖ້ວມ. (ພາບ: Attapeu Today)

ຫຼັງຈາກທີ່ໄດ້ຮັບຂ່າວກ່ຽວກັບ​ເຫດການເຂື່ອນ​ໄຟຟ້າ ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ ​ຢູ່ແຂວງ ອັດຕະປື ແຕກ, ວັນທີ 24 ກໍລະກົດ 2018, ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳຢ້ຽມຢາມຖາມຂ່າວເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ; ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິນ ກໍ່ໄດ້ຝາກຄຳຢ້ຽມຢາມຖາມຂ່າວເຖິງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ .
 
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມຜ່ານທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ຢືນຢັນວ່າ ພັດ, ລັດ ແລະ ປະຊາຊົນ ຫວຽດນາມ ຈະກຽມພ້ອມຊ່ວຍເຫຼືອປະຊາຊົນ ລາວ ອ້າຍນ້ອງ ໃນການແຂ້ໄຂຜົນຢ້ອນຫຼັງຂອງ ​ອຸບັດ​ເຫດຈາກ​ເຂື່ອນ​ໄຟຟ້າ ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ ​ແຕກ.

ກະຊວງການຕ່າງປະເທດ ໄດ້ຊີ້ນຳບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳລາວ ສົ່ງພະນັກງານລົງມາຕິດຕາມສະພາບການຕົວຈິງ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຕິດຕາມຂ່າວກ່ຽວກັບຊາວ ຫວຽດນາມອາໄສໃນຂົງເຂດໄດ້ຮັບຜົນກະທົບ ແລະ ກະກຽມວິທີການ ຊ່ວຍເຫຼືອໃນເວລາມີຄົນໄດ້ຮັບຜົນສະທ້ອນ.
ໃນກໍລະນີທີ່ຈຳເປັນ, ເຊີນຕິດຕໍ່ຕາມເບີໂທລະສັບ 008562096106775 ຫຼື 0084981848484.
 ປະຕິບັດ: VNA

top