ຂ່າວສານ

ຫວຽດນາມ - ກຳປູເຈຍຊຸກຍູ້ການແລກປ່ຽນດ້ານການຄ້າສອງຝ່າຍ

ວັນທີ 10 ພຶດສະພາ, “ຢູ່ພະນົມເປັນ, ປະເທດກຳປູເຈຍ, ຄະນະປະຕິບັດງານຂອງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ມີກອງປະຊຸມກັບກະຊວງການຄ້າກໍາປູເຈຍ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການແລກປ່ຽນດ້ານການຄ້າລະຫວ່າງສອງປະເທດ.


ທ່ານລັດຖະມົນຕີຫະຊວງອຸດສາຫະກຳແລະການຄ້າ ກໍາປູເຈຍ Pan Sorasak ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານ ໂດ໊ທັ໋ງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ

(ພາບ: Minh Hung- Chanh Da/TTXVN)

ທີ່ກອງປະຊຸມ, ຫົວໜ້າຄະນະປະຕິບັດງານຫວຽດນາມ, ທ່ານ ໂດ໊ທັ໋ງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ຕີລາຄາສູງຕໍ່ການຮ່ວມມື, ການສ້າງເງື່ອນໄຂຂອງບັນດາອົງການເຈົ້າໜ້າທີ່ກຳປູເຈຍທີ່ໄດ້ສະຫງວນໃຫ້ບັນດາວິສາຫະກິດຫວຽດນາມ.  ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນການພົວພັນແລກປ່ຽນການຄ້າສອງຝ່າຍກວ່າອີກ, ພິເສດແມ່ນລະຫວ່າງບັນດາແຂວງເຂດຊາຍແດນຂອງສອງປະເທດ, ທ່ານ ໂດ໊ທັ໋ງຫາຍ ຖືວ່າ:

        “ບັນດາແຜນຮ່າງ, ໂຄງການຄືຕະຫຼາດ ດາ ຈະນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ກ່ອນອື່ນໝົດແມ່ນໃຫ້ພົນລະເມືອງຂອງສອງເຂດຊາຍແດນ, ໃຫ້ບັນດາວິສາຫະກິດຂອງຫວຽດນາມ,  ກຳປູເຈຍ ແລະ ໃຫຍ່ໄປກວ່ານັ້ນແມ່ນຊຸກຍູ້ການພັດທະນາເສດຖະກິດການຄ້າລະຫວ່າງຫວຽດນາມ ແລະ ກຳປູເຈຍ”.

(ແຫຼ່ງຄັດຈາກ VOV)



top