ຂ່າວສານ

ຫວຽດນາມ ກວດພົບມີຕື່ມອີກ 3 ກໍລະນີຕິດເຊື້ອ Covid-19

      ຮອດເວລາ 18 ໂມງ ຂອງວັນທີ 31 ມີນາ, ຫວຽດນາມ ໄດ້ກວດພົບມີຕື່ມອີກ 3 ກໍລະນີຕິດເຊື້ອ Covid-19.  ຄົນເຈັບທີ 205 ແມ່ນເພດຊາຍ ອາຍຸ 41 ປີ ເຮັດວຽກຢູ່ ບໍລິສັດ ເຈື່ອງຊີງ ຈຳກັດ  ສະຫນອງບໍລິການໃຫ້ແກ່ໂຮງໝໍ ແບກມາຍ ຮ່າໂນ້ຍ. 
ຄົນເຈັບທີ 206 ແມ່ນເພດຊາຍ ສັນຊາດ ຫວຽດນາມ ດຳລົງຊີວິດຢູ່ ນະຄອນ ໂຮ່ຈີມິນ. ຄົນເຈັບທີ 207 ແມ່ນເພດຊາຍ ສັນຊາດ ບຣາຊີນ ອາໄສຢູ່ ເມືອງ 2 ນະຄອນໂຮ່ຈີມິນ.
ໃນວັນດຽວກັນ ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ມີ 2 ຄົນຕິດເຊື້ອ COVID-19 ໄດ້ຮັບການປິ່ນປົວຫາຍດີ. ຜູ້ຫນຶ່ງ ແມ່ນ ຊາວອັງກິດ ອາຍຸ 49 ປີ ໄດ້ຮັບການປິ່ນປົວຢູ່ ໂຮງໝໍສູນກາງ ເຫ້ວ. ຜູ້ທີສອງ ແມ່ນ ຊາວ ລາດວີ ອາຍຸ 54 ປີ ໄດ້ຮັບການປິ່ນປົວຢູ່ ໂຮງໝໍ ເກີນເຢີ່ ນະຄອນ ໂຮ່ຈີມິນ.
ໄລ່ມາຮອດຈຸດເວລານີ້ ຫວຽດນາມ ມີ 207 ກໍລະນີຕິດເຊື້ອ COVID-19, ໃນນັ້ນ ມີ 57 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ.
 (ແຫຼ່ງຄັດຈາກ VOV)


top