ກິລາ

ຫວຽດນາມ Funclub – ເຂດຫຼິ້ນທີ່ຈັບໃຈຂອງໄວໜຸ່ມນະຄອນ ໂຮ່ຈີມິນ ໃນລະດູແລ້ງ

ສະໂມສອນ ຫຼິ້ນສະກີ ສິລະປະກຳ ຫວຽດນາມ Funclub ໄດ້ຕັ້ງຢູ່ໃນຫໍວັດທະນະທຳ ແທງນຽນ ນະຄອນ ໂຮ່ຈີມິນ (ເຮືອນ ເລກທີ 4A, ຖະໜົນ ຝ້າມງອກແທກ, ເມືອງ 1) ເປັນເວລາ 5 ປີກວ່າຜ່ານມາເຂດດັ່ງກ່າວໄດ້ກາຍເປັນບ່ອນຫຼິນທີ່ຈັບໃຈຂອງໄວໜຸ່ມຫຼາຍຄົນຢູ່ນະຄອນ ໂຮ່ຈີມິນ. 
ຕາມ​ທີ່ຮູ້​ ຫວຽດນາມ Funclub ມີ​ກິລາຫຼິ້ນ​ສາມ​ປະ​ເພດ​ຄື: ຫຼິ້ນ​ສະ​ກີ​ນ້ຳ​ແຂງ, ກີ​ລາ​ຟັນດາບ ​ແລະ ຍິງ​ທະນູ. ​ໃນ​ນັ້ນ ​ກິ​ລາ ຫຼິ້ນ​ສະ​ກີ​ນ້ຳ​ແຂງ ​​ເປັນບ່ອນຫຼິ້ນ​ສະ​ກີ​ທີ່​ມີໜຶ່ງດຽວ​​ໃນນະຄອນໂຮ່ຈີ​ມິນ​ເທົ່າ​ນັ້ນ ​ໂດຍ​ແມ່ນ​ທ່ານແອ​ງຮວ່າງ, ປະທານ​ສະ​ໂມສອນ ເປັນຜູ້​ສ້າງ​ຕັ້ງ.
 
ຍ້ອນວ່າປະ​ເທດຫວຽດນາມ​ເປັນ​ເຂດ​ທີ່ນອນ​ຢູ່​ໃນ​ເຂດອາ​ກາດ​ຮ້ອນ, ບໍ່​ມີ​​ນ້ຳ​ແ​ຂງ​ແທ້ຈາກ​ທຳ​ມະ​ຊາດ, ສະ​ນັ້ນ ທາງ​ສະ​ໂມ​ສອນ​ຕ້ອງ​​​ໄດ້ໃຊ້ ນ້ຳ​ແຂງ​ທຽມ​​ທີ່ນຳ​ເຂົ້າ​ມາ​ຈາກ ອາ​ເມ​ລິ​ກາ ທີ່​ມີ​ຄວາມ​ຕິດ​​ແຫນ້ນສູງ​ກວ່າ​​ນ້ຳແຂງ​ທຳ​ມະ​ດາ, ຊ່ວຍ​ເຮັດ​ໃຫ້​ຫຼຸດ ຜ່ອນ​ຄວາມອັນຕະລາຍ​ໃນ​ເວລາ​ຫຼິ້ນ​ໄດ້.
 
ທ້າວ ຫງວຽນ​ເຈີ່ນຮວ່າງ​ນາມ, ຜູ້​ແນະນຳປະ​ຈຳ​ສະ​ໂມ​ສອນ​ໃຫ້​ຮູ້​ວ່າ ​ຫຼິ້ນ​ກີ​ລາ​ປະ​ເພດນີ້ບໍ່​ຍາກ​ປານ​ໃດ, ​​ແ​ຂກທີ່ມາ​ຫຼິ້ນ​ຄັ້ງທຳ​ອິດ​ກໍ່ພຽງ​ແຕ່​ໄດ້​ຮັບ​ການ​ແນະນຳ 2-3 ນາທີ​ກໍ່​ສາມາດ​ຫຼິ້ນ​ໄດ້​ແລ້ວ, ຖ້າ​ຫຼິ້ນ​ຕື່ມ​ອີກ 4-5 ຄັ້ງກໍ່​ສາມາດ​ສະ​ແດງ​ໄດ້​ຫຼາຍ​ຈັງ ຫວະ​ທີ່​ຍາກ​ກວ່າ.


ສະໂມສອນ ຫຼິ້ນສະກີ ສິລະປະ ຫວຽດນາມ Funclub ​ເປັນ​ເຂດ​ລະ​ຫຼິ້ນ​ທີ່​​ແປກ​ໃໝ່​ສຳລັບ​ໄວ​ໜຸ່ມ​ນະຄອນ​ ​ໂຮ່ຈີ​ມິນ.

ຍິງ​ສາວ​ຄົນ​ໜຶ່ງ​​ໄດ້ຖື​ເກີບ​ຫຼິ້ນ​ສະ​ກີ​ຢ່າງ​ລະອຽດ ​ກ່ອນ​ທີ່​ເຂົ້າ​ເດີ່ນ​ຫຼິ້ນ​.

ເກີບ​ຫຼິ້ນ​ສະ​ກີ​ໄດ້​ນຳ​ເຂົ້າ​ມາ​ຈາກ ອາ​ເມ​ລິກາ ດ້ວຍ​ຄຸນ​ນະພາ​ບ ດີ​ທີ​່ສຸດ, ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຜູ້​ຫຼິ້ນ.


ເມື່ອເວລາ​ຫາ​ກໍ່​ຫຼິ້ນ​ໃໝ່, ຜູ້​ຫຼິ້ນຈະ​ໄດ້​ຮັບ​ການ​ແນະນຳ​ຈາກ​ຄູ​ຝຶກ​ແຕ່​ລະ​ບາດ​ກ້າວ​ການ​ຫລິ້ນຂັ້ນພື້ນ​ຖານ.

ຍິງ​ສາວ​ຄົນ​ໜຶ່ງ ພວມ​ໄດ້​ຮັບ​ການ​ແນະນຳ​ຢ່າງ​ສຸດ​ທີ່​ລະອຽດ​ຈາກ​ຄູ​ຝຶກ.

ຈັງຫວະການ​ໂດດ​ສູງ​ຂຶ້ນ​ໜຶ່ງທີ່​ສວຍ​ງາມ.

ທ້າວ ຫງວຽນ​ເຕິ​ນຫາຍ ( ອາຍຸ 21 ປີ, ນັກ​ສຶກສາ​ມະ​ຫາ​ວິ​ທະຍາ​ໄລ ວິທະຍາສາດ​ ສັງ​ຄົນ ​ແລະ ມະນຸດສາດ)
ພວມ​ສະ​ແດງ​ຈັງຫວະ​ຫຼິ້ນ​ສະ​ກີ​ໜຶ່ງ ​ໂດຍປະສານ​ສົມທົບ​ກັບ​​ຈັງ​ຫວະ ການ​​ເຕັ້ນ​ ຮິບ​ຮອ໊ບ ທີ່​ໜ້າ​ຈັບ​ໃຈ.


ຄວາມ​ມ່ວນ​ຊື່, ສະບາຍ​ໃຈ​ຂອງ​ບັນດາໄວ​ໜຸ່ມ​ໃນ​ເວລາ​ຫຼິ້ນ​ສະ​ກ​ີ.
ການຫຼິ້ນສະກີ​ນ້ຳ​ແຂງລວມມີຫຼາຍຈັງຫວະທີ່ແຕກຕ່າງກັນຄື: ປິ່ນ, ໂດດ, ເຄ່ືອນຍ້າຍເທິງນ້ຳແຂງປະສານສົມທົບກັບຫຼາຍຈັງຫວະຕ່າງໆ. ຜູ້ຫຼິ້ນຫຼັງຈາກຮັບຮູ້ຈັງຫວະຂັ້ນພື້ນຖານ ແລ້ວ ຈະສາມາດ​ຄິດແຕ່ງຈັງຫວະສະ​ເພາະ​ຂອງຕົນເອງໄດ້. ການ ຫຼິ້ນສະກີ ຊ່ວຍເຮັດໃຫ້ຜູ້ຫຼິ້ນສາມາດແກ້ໄຂໄດ້​ໄວ, ​ປັບ​ຕົນ​ເອງ​ຕາມ​ສະພາວະການທີ່ຖືກລົ້ມ, ຊ່ວຍເຮັດ ໃຫ້ຮ່າງກາຍມີຄວາມ ແຂງແຮງ, ອ່ອນ​ໂຍນກວ່າ. ການປະສົມປະ​ສານ ລະຫວ່າງ ບັນດາພາກສ່ວນຂອງ ຮ່າງກາຍໃນເວລາຫຼິ້ນສະກີ ຈະສ້າງເປັນພາບທີ່ສວຍງາມ, ປະທັບໃຈ.
 
ທ້າວ ເຈືອງວັນເກື່ອງ, ອາຍຸ 20 ປີ, ຢູ່ເມືອງ ບິ່ງເຕິນ ໃຫ້ຮູ້ວ່າ ເຖິງວ່າຫາກໍ່ຫຼິ້ນສະກີ ຢູ່ ຫວຽດນາມ Funclub ໄດ້ 2 ເດືອນ ເທົ່ານັ້ນ, ແຕ່ຍ້ອນວ່າແຕ່ກ່ອນເຄີຍໄດ້ຫຼິ້ນ ປາຕິນ (patin) ຢູ່ແລ້ວ, ສະນັ້ນ  ລາວສາມາຫມ​ນູໃຊ້ເຂົ້າໃນການຫຼິ້ນສະກີ ໄດ້ຫຼາຍຈັງຫວະທີ່​ໂດດ​ເດັ່ນໃຫ້ຕົນເອງ. ສຳລັບທ້າວ ຫງວຽນ ເຕິນ ຫາຍ (ອາຍຸ 21 ປີ, ນັກສຶກສາມະຫາວິທະຍາໄລ ວິທະຍາສາດ ສັງຄົມ ແລະ ມະນຸດສາດ) ມີຄວາມສະໜິດ ຕິດພັນກັບທີ່ນີ້ ມາ ເປັນເວລາ 2 ປີກວ່າ,​ ລາວໄດ້ຮັບການແນະ ນຳຈາກ​ຄູ​ຝຶກຢ່າງ ລະອຽດ , ພ້ອມກັບ ພອນສະຫວັນ ແລະ ການຝຶກແອບຂອງ ຕົນເອງ, ສະນັ້ນ ລາວຈຶ່ງສາມາດສະແດງໄດ້ຫຼາຍຈັງຫວະ ທີ່ ຍາກ, ງາມຕາ, ຈັບໃຈທ່ານຜູ້ຊົມ. ປະຈຸບັນ, ທ້າວ ຫາຍ ສາ ມາດແນະນຳວິທີການຫຼິ້ນສະກີຕໍ່ໃຫ້ ກັບຜູ້​ອື່ນ​ທີ່ມາຫຼິ້ນກິ​ລາ​ປະ​ເພດນີ້ໄດ້​ແລ້ວ.
 
ບໍ່ພຽງແຕ່ຜູ້ຊາຍ, ມີຜູ້ຍິງຫຼາຍຄົນກໍ່ມີຄວາມສົນໃຈຕໍ່ກິລາ ປະ ເພດນີ້. ນາງ ເຈີ່ນຟານຍືອີ (ອາຍຸ 22 ປີ, ຢູ່ເມືອງ ບິ່ງແທກ) ໃຫ້ຮູ້ວ່າ: “ຕອນຫາກໍ່ຫຼິ້ນໃໝ່, ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນ ແລະ ປະສົບຄວາມຫຍຸ້ງຍາກຫຼາຍປະການ, ແຕ່ຫຼັງຈາກລື້ງ​ເຄີຍ ແລ້ວ ຕົນເອງກໍ່ຮູ້ສຶກມັກ ແລະ ຊື່ນໃຈຫຼາຍ. ພິເສດ, ໃນຊ່ວງ ໄລຍະ ອາ​ກາດຮ້ອນ, ທີ່ນີ້ ໄດ້ກາຍເປັນຈຸດນັບພົບເປັນ​ປະ​ຈຳ ຂອງຂ້າ ພະເຈົ້າກັບໝູ່ເພື່ອນ”.
 
ນອກຈາກການຫຼິ້ນສະກີນ້ຳ​ແຂງ, ຫວຽດນາມ Funclub ຍັງມີ ເດີ່ນຫຼິ້ນ Hockey . ນີ້ແມ່ນປະເພດກິລາໜຶ່ງທີ່ໜ້າຈັບໃຈ, ດຶງ ດູດໄວໜຸ່ມມາເຂົ້າຮ່ວມຫລິ້ນນັບເປັນຈຳນວນ ຫຼວງ ຫຼາຍ. 


ແນະນຳວິທີການຖືໝວກກັນກະທົບໃຫ້ແກ່ຜູ້ຫຼິ້ນ Hockey.

ຜູ້ຫຼິ້ນ Hockey ຈະໄດ້ປະກອບອຸປະກອນຢ່າງຄົບຖ້ວນຄື: ໝວກກັນກະທົບ, ເສື້ອຫຸ້ມເກາະ, ເກີບຫຼິ້ນສະເກີ, ໄມ້ຕີ…

ທິມຫຼິ້ນ Hockey ໜຶ່ງກຳ​ລັງກະກຽມການແຂ່ງຂັນ.

ປະເພດ Hockey ດຶງດູດການເຂົ້າຮ່ວມຂອງ ພວກນ້ອງ ນ້ອຍຢ່າງຫຼວງຫຼາຍ.

ໃນລະດູແລ້ງ, ພາຍໃຕ້ແສງແດດຮ້ອນ​ເອົ້າ​ໃນຕອນບ່າຍ, ຫຼິ້ນ ສະກີ ເປັນ​ເດີ່ນ​ຫລິ້ນໜຶ່ງທີ່ມີຄວາມເຢັນດີ (ອຸນຫະພູມ ໃນ ຫ້ອງ ແມ່ນ 18-20 ອົງສາ C) ​ສະ​ນັ້ນ, ເຮັດ​ໃຫ້​ໄວ​ຫ​ນຸ່ມມັກ​ຫລາຍ.  ສະ​ໂມ​ສອນ ຫວຽດນາມ Funclub ທັງຊ່ວຍ ໃຫ້ໄວ ໜຸ່ມ ຮູ້ຈັກ ກັບກິລາປະເພດໃໝ່, ທັງເປັນບ່ອນຜ່ອນຄາຍອາ ລົມ, ຫຼິກຄວາມຮ້ອນ, ຕອບສະໜອງໄດ້ສ່ວນໃດໜຶ່ງ ຂອງ ຄວາມຕ້ອງ ການຜ່ອນຄາຍ ອາລົມຂອງປະ ຊາຊົນຢູ່ນະ ຄອນ ໂຮ່ຈີມິນ.
 ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ


top